ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

ໂດຍ Mahaxan
· 19 ຊົ່ວໂມງ ກ່ອນອ່ານ 3 ນາທີ1 ຄັ້ງ
ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ
ADadvertisement
ADadvertisement
ADadvertisement

ຢາກເຮັດໄດ້ຄືແນວນັ້ນພະນັກງານ, ສະມາຊິກພັກ ຕ້ອງເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ໃນການຄົ້ນຄວ້າ, ສັງຮວມ, ກັ່ນກອງບັນຫາຕ່າງໆຢ່າງລະອຽດ ແລະ ເລິກເຊ່ິງ, ໃຫ້ຂ້ໍຄິດເຫັນ, ໃຫ້ສະທັດນະຕໍ່ການແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນການຊ່ວຍການນຳ ເພື່ອເຮັດໃຫ້ການຕົກລົງແກ້ໄຂບັນຫາ ພ້ອມນີ້, ໃຫ້ຄະນະພັກຫ້ອງວ່າການສູນກາງພັກເອົາໃຈໃສ່ໃນການນໍາພາ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ສະມາຊິກພັກ ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ໂດຍຫັນເປັນແຜນພັດທະນາ, ແຜນງານ, ໂຄງການ ແລະ ກິດຈະກຳລະອຽດ;  ຄະນະພັກຕ້ອງເອົາໃຈໃສ່ ເປັນເຈົ້າການນໍາພາວຽກງານສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານ ກໍຄື ພະນັກງານເສນາທິການ ແລະ ເປັນລະບົບຕໍ່ເນື່ອງເປັນຕົ້ນ ທັດສະນະຫລັກໝັ້ນ ກໍຄື ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຊື່ສັດບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ຕິດພັນກັບລະບອບແບບແຜນວິທີການເຮັດວຽກ ດ້ວຍບາດກ້າວບຸກທະລຸທັງ 4 ດ້ານ; ໃຫ້ຄະນະພັກຫ້ອງວ່າການສູນກາງພັກສືບຕໍ່ເອົາໃຈໃສ່ນໍາພາປັບປຸງການຈັດຕັ້ງທັງເບື້ອງພັກ ແລະ ເບື້ອງລັດໃຫ້ມີຄວາມເຂັ້ມແຂງ; ເອົາໃຈໃສ່ຄົ້ນຄວ້າການຜັນຂະຫຍາຍມະຕິ ສອຈ ແລະ ປະຕິບັດນະໂຍບາຍຕໍ່ ພະນັກງານ-ລັດຖະກອນ ຫ້ອງວ່າການສູນກາງພັກ ໃຫ້ແທດເໝາະກັບສະພາບເງື່ອນໄຂໃນແຕ່ລະໄລຍະ ກໍຄື ສອດຄ່ອງຄ່າຄອງຊີບເຮັດໃຫ້ການດໍາ ລົງຊີວິດຂອງພະນັກງານ-ລັດຖະກອນດີຂຶ້ນ, ຮັບປະກັນມີແນວຄິດ ອຸ່ນອ່ຽນ- ທຸ່ນທ່ຽງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ; ເອົາໃຈໃສ່ສືບຕໍ່ປັບປຸງບັນດາອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມແຂງ, ເປັນກຳລັງແຮງສໍາຄັນໃຫ້ແກ່ການປະຕິບັດໜ້າທີ່ວິຊາສະເພາະ ຂອງຫ້ອງວ່າການສູນກາງພັກ ໂດຍມອບໃຫ້ບັນດາອົງການຈັດຕັ້ງມະຫາຊົນຊ່ວຍຕິດຕາມ-ກວດກາການປະຕິບັດ ໜ້າທີ່ວິຊາສະເພາະຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິຕໍ່ເນື່ອງ ພ້ອມທັງຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີສະພາບຫຍໍ້ທ້ໍຕ່າງໆ ຢູ່ຫ້ອງວ່າການສູນກາງພັກຂອງພວກເຮົາ. ສະນັ້ນ, ຄະນະພັກຫ້ອງວ່າການສູນກາງພັກຕ້ອງນໍາພາບັນດາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວວຽກງານຂະບວນການໃຫ້ແຂງແຮງ ບົນພື້ນຖານສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ການປະຕິບັດລະບຽບ- ກົດໝາຍ; ຕ້ອງເອົາໃຈໃສ່ພັດທະນາຫ້ອງການຂອງຕົນເອງ ມີຄວາມກ້າວໜ້າທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບມືກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ໃນເງື່ອນໄຂເຊື່ອມໂຍງ-ເຊື່ອມຈອດກັບສາກົນ; ຕ້ອງຍົກສູງຄວາມສາມາດໃນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ຄຳແນະນຳຕ່າງໆ ເພີື່ອສະຫລຸບລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ; ເພີ່ມທະວີການພົວພັນຮ່ວມມືກັບພາຍນອກຢ່າງກວ້າງຂວາງ ເປັນຕົ້ນແມ່ນບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫລືອ ທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ກໍຄື ບົດຮຽນດ້ານຕ່າງໆເພື່ອນຳມາພັດທະນາຫ້ອງວ່າການໃຫ້ນັບມື້ທັນສະໄໝຂຶ້ນເລື້ອຍໆ.

ຂ່າວ: ກິດຕາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່