ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 3 ນາທີ1 ຄັ້ງ
ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ
ADadvertisement
ADadvertisement
ADadvertisement

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດບົນພື້ນຖານຂອບ “ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ສາຍພົວພັນມິດຕະພາບອັນແໜ້ນແກ່ນ ໂດຍສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕະຫລອດໄລຍະ 60 ປີທີ່ຜ່ານມາ, ເຮັດໃຫ້ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະບານ ແລະ ປະຊາຊົນ ສອງປະເທດນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງມີປະສິດທິຜົນ ໃນຂົງເຂດກະສິກຳ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ, ແລະ ຂົງເຂດອຶ່ນໆຊຶ່ງການຊ່ວຍເຫລືອດັ່ງກ່າວ ໄດ້ກາຍເປັນທ່າແຮງອັນສຳຄັນ ໃຫ້ແກ່ການສ້າງສາພັດທະນາ ສປປ ລາວ ຢ່າງແທ້ຈິງ, ທັງສ້າງກາລະໂອກາດໃຫ້ປະຊາຊົນທັງສອງຊາດ ລາວ-ຍີ່ປຸ່ນ ສາມາດເຂົ້າໃຈທາງດ້ານພາສາ, ວັດທະນະທຳ, ຮີດຄອງປະເພນີ. ນອກນັ້ນ, ຍັງໄດ້ສະເໜີທ່ານເອກອັກຄະລັດຖະທູດ ກໍຄື ລັດຖະບານຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕາມຂະແໜງການ ທີ່ ສປປ ລາວ ມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນປັດຈຸບັນ ກໍຄື ອະນາຄົດ ໂດຍເລືອກເຟັ້ນເອົາອາສາສະໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມສາມາດສະເພາະດ້ານເພ່ືອມາຊ່ວຍຂະແໜງການ ແລະ ທ້ອງຖິ່ນຕ່າງໆ; ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍຍັງໄດ້ສະແດງຄວາມຮູ້ສຶກປະທັບໃຈຕໍ່ການເສຍສະລະ, ການອຸທິດສະຕິປັນຍາ, ເຫື່ອແຮງຂອງບັນດາອາສາສະໝັກຍີ່ປຸ່ນຕະຫລອດໄລຍະຜ່ານມາ ແລະ ເຊື່ອໝ້ັນວ່າບັນດາອາສາສະໝັກຈະສືບຕໍ່ນຳເອົາຄວາມຊົງຈຳ, ຄວາມຮູ້ສຶກທີ່ດີ ໄປຖ່າຍທອດໃຫ້ປະຊາຊົນຍີ່ປຸ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ.

     ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານລາວທ່ີໄດ້ສະໜັບສະໜູນ, ສ້າງເງ່ືອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ອາສາສະໝັກຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງ ເຮັດໃຫ້ມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ. ນັບແຕ່ປີ 1965 ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງອາສາສະໝັກຍ່ີປຸ່ນມາປະຕິບັດໜ້າທ່ີຫລາຍກວ່າ 1.133 ຄົນ, ປັດຈຸບັນ ມີອາສາສະໝັກຍີ່ປຸ່ນ ຈຳນວນ 40 ທ່ານ ທີ່ປະຈໍາການຢູ່ຂະແໜງການຕ່າງໆໃນຂອບເຂດທົ່ວປະເທດເພື່ອແລກ ປ່ຽນ, ຖ່າຍທອດບົດຮຽນທາງດ້ານເຕັກນິກວິຊາການໃຫ້ພະນັກງານທ່ີກ່ຽວຂ້ອງ ຂອງ ສປປ ລາວ ເປັນຕົ້ນຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ການພັດທະນາຊົນນະບົດ ແລະ ອື່ນໆ.

ພາບ: ທະນູທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່