
ບຸນນະມັດສະການພຣະທາດຫຼວງວຽງຈັນເປັນການສືບສານອະນຸລັກ ຮັກສາມໍລະດົກທາງດ້ານວັດ ທະນະທໍາອັນລ້ຳຄ່າອັນດີງານຂອງຊາດລາວ

ບຸນພຣະທາດຫຼວງວຽງຈັນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດ ທະນະທໍາອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ ແລະ ທັງເປັນການເສີມຂະຫຍາຍຄຸນ ຄ່າທາງດ້ານຈິດໃຈໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ.
ສະເພາະປີນີ້, ງານບຸນດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 20-24 ພະຈິກ 2026 ທີ່ຈະມາເຖິງນີ້ (ລວມເປັນເວລາ 5 ວັນທາງການ).

ງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 20-24 ພະຈິກ 2026 ທີ່ຈະມາເຖິງນີ້, ໂດຍມີຫຼາຍກິດຈະກຳ ທີ່ສອດຄອງກັບຮີບຄອງປະເພນີລາວ ແລະ ວັດທະນະທຳອັນດີງານຂອງຊາດລາວເຮົາ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 11 ພະຈິກ 2026 ວ່າ: ການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດ ທະນາທໍາອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະກາານ ແລະ ທັງເປັນການເສີມຂະຫຍາຍຄຸນ ຄ່າທາງດ້ານຈິດໃຈໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ.

ການໃສ່ບາດ ແມ່ນພິທີທຳບຸນທາງພຸດທະສາສະໜາ ໂດຍພຸດທະສາສະນິກະຊົນນຳເຂົ້າໜຽວ, ອາຫານ ແລະ ສິ່ງຂອງຈຳເປັນ ຖວາຍແກ່ພຣະສົງສາມະເນນ.

ການວຽນທຽນ ແມ່ນພິທີກຳທາງພຸດທະສາສະໜາ ທີ່ພຸດທະສາສະນິກະຊົນຈະຖືທຽນ, ດອກໄມ້ ແລະທູບ ເດີນວຽນອ້ອມອົງພຣະທາດ 3 ຮອບ ໂດຍວຽນຂວາ.

ຂະບວນແຫ່ປາສາດເຜິ້ງ ປະເພນີທີ່ປະຊາຊົນ ແລະ ຄະນະສັດທາຈັດຕົກແຕ່ງປາສາດເຜິ້ງຢ່າງສວຍງາມ ແລ້ວແຫ່ໄປຖວາຍພຣະທາດຫຼວງ ເພື່ອບູຊາ ແລະ ສະແດງຄວາມເລື່ອມໃສໃນພຸດທະສາສະໜາ.



ຂະບວນແຫ່ວັດທະນະທຳ ມີການຟ້ອນລຳ, ຂະບວນແຫ່ຊຸດປະຈຳຊາດ ແລະການສະແດງສິລະປະພື້ນເມືອງ ເພື່ອເຜີຍແຜ່ເອກະລັກ ແລະຄຸນຄ່າວັດທະນະທຳລາວ.



ງານຕະຫຼາດນັດ ແລະວາງສະແດງສິນຄ້າ ເປັນບ່ອນຈຳໜ່າຍສິນຄ້າພື້ນເມືອງ, ຫັດຖະກຳ, ອາຫານ ແລະສິນຄ້າຕ່າງໆ ຊ່ວຍສົ່ງເສີມອາຊີບ ແລະລາຍໄດ້ໃຫ້ປະຊາຊົນ.


ກິລາຕີຄີ ເປັນໜຶ່ງໃນກິດຈະກຳກິລາພື້ນເມືອງທີ່ສ້າງສີສັນໃນງານບຸນທາດຫຼວງ ໂດຍມີການແຂ່ງຂັນລະຫວ່າງສອງຝ່າຍ ເປັນການສະແດງພະລະກຳ, ຄວາມຄ່ອງແຄ່ວ ແລະນ້ຳໃຈນັກກິລາ.



ການຈຸດບັ້ງໄຟຕາມກຳນົດການຈັດງານ ເປັນອີກກິດຈະກຳທີ່ສ້າງສີສັນ ແລະຄວາມປະທັບໃຈໃຫ້ແກ່ຜູ້ມາຮ່ວມງານ.
ສໍາລັບງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2026 ຈະໄດ້ເລີ່ມແຕ່ວັນທີ 20-24 ພະຈິກ 2026 (ລວມເປັນເວລາ 5 ວັນທາງການ) ແລະ ມີກິດຈະກໍາທາງສາສະໜາ ແຕ່ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າທ່ຽວຊົມງານ ແມ່ນເລີ່ມ ແຕ່ເວລາ 09:00 ໂມງ ຫາ 23:00 ໂມງ ໂດຍຈະມີການສະແດງສິລະປະວັນນະຄະດີ (ເວທີກາງ) ການສະແດງການຟ້ອນ, ຂັບລຳຈາກກອງ ສີລະປະກອນສູນກາງ, ສິນລະປະກອນກອງທັບ, ສິລະປະຈາກ ບັນດາເມືອງ 9 ຕົວເມືອງພາຍໃນ ນະຄອນຫຼວງວຽງຈັນ, ສູນວັດ ທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເພື່ອເຂົ້າຮ່ວມການສະແດງໃນແຕ່ລະວັນ, ພາຍໃນງານນອກຈາກພິທີທາງສາສະໜາແລ້ວ ຍັງມີການວາງສະແດງ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍປະເພດ ເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ, ສິນຄ້າວິສາຫະ ກິດຂະໜາດນ້ອຍ ແລະ ກາງ ທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ແກ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງ ຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດ ໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.



ດ້ານວຽກປ້ອງກັນຄວາມສະຫງົບ ໄດ້ນຳໃຊ້ກຳລັງເຈົ້າ ໜ້າທີ່ ປສຊ-ປສກ ແລະ ຊາວໜຸ່ມ ເພື່ອເຂົ້າຮັບໃຊ້ໃນງານບຸນ ເພື່ອຮັກສາຄວາມສະຫງົບ, ປອດໄພ ແລະ ອຳນວຍຄວາມສະດວກໃນການສັນຈອນ ໃຫ້ຮັບປະກັນຮອບດ້ານ, ພ້ອມທັງ ກະກຽມພະນັກງານແພດໝໍ, ພາຫະນະ, ອຸປະ ກອນການແພດ, ຢາປິ່ນປົວສຸກເສີນ ເພື່ອມາບໍລິການຢູ່ສະ ຖານທີ່ຈັດງານ ແລະ ສ້າງລະບຽບ ໂຄສະນາປະຊາສຳພັນທຸກຄົນ ທີ່ຈະເຂົ້າມາທ່ຽວໃນງານບູນ.
ນອກນີ້, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ຄະ ນະຮັບຜິດຊອບແຕ່ລະໜ່ວຍງານ, ຄົ້ນຄ້ວາ ແລະ ກໍານົດລະບຽບຊົ່ວຄາວ ເພື່ອເປັນບ່ອນອີງອໍານວຍ, ຄຸ້ມຄອງໃນການຈັດຕັ້ງເຄື່ອນໄຫວກິດຈະກໍາຕ່າງໆ,ມີການຈັດກິດຈະ ກຳປິ່ນອ້ອມໃນແຕ່ລະວັນ ຊຶ່ງຄະນະກໍາມະການຮັບຜິດ ຊອບຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈະໄດ້ແຈ້ງເປັນແຕ່ລະໄລຍະ ພ້ອມທັງມີການຮັກສາຄວາມສະອາດ ແລະ ເກັບມ້ຽນຂີ້ເຫຍື້ອອອກຈາກຂອບເຂດບໍລິ ເວນງານບຸນຂໍເຊີນຊວນປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຮ່ວມງານບຸນນະມັດສະການສັກກາລະບູຊາພຣະທາດຫຼວງວຽງຈັນ ແລະ ສຳພັດບັນຍາກາດວັດທະນະທຳຮີດຄອງປະເພນີຂອງຊາວນະຄອນຫຼວງວຽງຈັນຮ່ວມກັນ ເພື່ອເປັນການອະນຸລັກ, ປົກປັກຮັກສາ, ສຶບສານ ແລະ ສົ່ງເສີມມູນເຊື້ອຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ, ພີ່ນ້ອງຊາວລາວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາຮ່ວມກັນນ້ອມມັດສະການພຣະທາດຫຼວງ ເພື່ອເສີມສ້າງຄວາມສາ ມະຄີຮັກແພງ ໃຫ້ມີບັນຍາກາດມ່ວນຊື່ນ.
ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນແມ່ນທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 11 ພະຈິກ 2026 ທີ່ຜ່ານມາຢູ່ເດີ່ນພຣະທາດຫຼວງ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ນົກແກ້ວ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







