
ກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ລະຫວ່າງ ອົງການປົກຄອງ ທ້ອງຖິ່ນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026
ໂດຍ Mahaxan
· 10 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ

ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມເວທີປຶກສາຫາລື ການ ຮ່ວມມື ລະຫວ່າງ ອົງການປົກຄອງທ້ອງຖິ່ນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ແລະ ກອງປະຊຸມສົນທະນາ ຕົວເມືອງ ປະຫວັດສາດ ແລະ ວັດທະນະ ທຳ ແຫ່ງຊາດ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານ ຢູ່ນະຄອນເລີ້ຊ່ານ ແຂວງເສສວນ ຂອງ ສປຈີນ, ພາຍໃຕ້ ຫົວຂໍ້ “ສືບຕໍ່ຂຽນບົດອັນສະຫງ່າງາມແຫ່ງ ເສັ້ນທາງ ສາຍໄໝ, ກ້າວໄປສູ່ເສັ້ນທາງໃໝ່ແຫ່ງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ ນ້ຳຂອງ”.ໂດຍມີຜູ້ແທນ 200 ກວ່າ ຄົນ ຈາກ 14 ແຂວງ ແລະ ນະຄອນ ຂອງ ຫ້າປະເທດ ແມ່ນ້ຳຂອງ ໄດ້ເຂົ້າຮ່ວມ, ແລະ ບັນລຸຄວາມຮັບຮູ້ທີ່ ເປັນເອກະ ພາບກັນ ຢ່າງກວ້າງຂວາງ ໂດຍປິ່ນອ້ອມ ຫົວຂໍ້ຕ່າງໆເຊັ່ນ: ການຫັນເປັນ ດິຈິຕອນ-ອັດສະລິຍະ, ການຮຽນຮູ້ ແລະ ແລກປ່ຽນກັນ ລະຫວ່າງ ອະລິຍະ ທຳຕ່າງໆ ແລະ ການຮ່ວມມື ລະຫວ່າງ ເມືອງແຮກສ່ຽວ, ຈະລົງເລິກການ ຮ່ວມມືທ້ອງຖິ່ນ ແລະ ເປີດ “ທົດສະວັດຄຳ” ໃໝ່ຂອງການຮ່ວມມື ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ.ໃນໄລຍະກອງປະຊຸມດັ່ງກ່າວ ຍັງໄດ້ຈັດງານ ວາງສະ ແດງຮູບພາບ ຂອງບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ງານວາງສະແດງ ຜະລິດຕະພັນ ທີ່ມີລັກສະນະທ້ອງຖິ່ນ ອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/26275
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່







