
ໄທ ນຳສະເໜີ ເສັ້ນທາງທ່ອງທ່ຽວໃໝ່ 9 ເສັ້ນ ເນື່ອງໃນໂອກາດ ງານວາງສະແດງ ສວນພືດໂລກ ທີ່ອຸດອນທານີ

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 12 ພະຈິກນີ້, ອົງການທ່ອງທ່ຽວ ແຫ່ງປະເທດໄທ ປະກາດວ່າ:ເນື່ອງໃນໂອກາດ ງານວາງສະແດງ ສວນພືດໂລກ ທີ່ອຸດອນທານີ, ໄທ ຈະເປີດຕົວ 3 ແຜນການ ຊຸກຍູ້ການທ່ອງທ່ຽວ ແລະນຳສະເໜີ ເສັ້ນທາງທ່ອງທ່ຽວ ລະຫວ່າງ ແຂວງ 9 ເສັ້ນເພື່ອຊຸກຍູ້ຕະຫລາດ ການທ່ອງທ່ຽວ ພາຍໃນປະເທດ ໃນທ້າຍປີ 2026.ທ່ານ ນາງ ຖາປະນີ ກຽດໄພບູນຫົວໜ້າອົງການທ່ອງທ່ຽວແຫ່ງ ປະເທດໄທ ກ່າວວ່າ:ງານວາງສະແດງສວນພືດໂລກ ທີ່ອຸດອນທານີ ແມ່ນກິດຈະກຳສຳຄັນເພື່ອດຶງດູດນັກທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາເສດຖະກິດ ດ້ານການທ່ອງທ່ຽວ ຢູ່ພາກຕາເວັນອອກ ສຽງເໜືອຂອງໄທ.ງານວາງສະແດງດັ່ງກ່າວຈັດຂຶ້ນ ລະຫວ່າງ ວັນທີ 1 ພະຈິກນີ້ ຫາ ວັນທີ14 ມີນາ 2027. ອົງການດັ່ງກ່າວຄາດຄະເນວ່າ:ງານວາງສະແດງຄັ້ງນີ້ຈະດຶງດູດນັກທ່ອງທ່ຽວປະມານ 3,600,000 ຄົນ ແລະສ້າງລາຍຮັບ ທາງເສດຖະກິດ ເກີນ 32 ຕື້ບາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







