ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື

ໂດຍ Jenjila
· 6 ມື້ ກ່ອນອ່ານ 2 ນາທີ16 ຄັ້ງ
ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື
ADadvertisement
ADadvertisement
ADadvertisement

ໃນວັນທີ 14 ພະຈິກ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາ ກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ໃນໂອກາດເດີນ ທາງເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັງໂກໂຟນີ ຄັ້ງທີ XX ຢູ່ລາຊະອານາຈັກກຳປູເຈຍ ຕາມການເຊື້ອເຊີນ ຂອງ ພະ ບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ.

ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື

ໃນໂອກາດນີ້, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ສະແດງຄວາມຍິນດີ ແລະ ໃຫ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາເຂົ້າ ຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ XX ໃນຄັ້ງນີ້. ຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ແລະ ໄດ້ເດີນທາງມາຢ້ຽມ ຢາມ ລາຊະອານາຈັກ ກຳປູເຈຍ ອີກຄັ້ງໜຶ່ງ ພາຍຫຼັງການຢ້ຽມຢາມລັດຖະກິດ ໃນຕົ້ນປີ 2026 ທີ່ຜ່ານມາ.

ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື · ຮູບທີ 2

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 7 ປີ ແຫ່ງ ການຍົກລະດັບສາຍພົວພັນຂຶ້ນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ໃນປີ 2026 ນີ້. ການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ນໍາເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນແລະກັນ ຢ່າງເລິກເຊິ່ງແລະຈິງໃຈ ຊຶ່ງຈະເປັນພື້ນຖານ ອັນໜັກແໜ້ນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ,ບ້ານແກ່ວເມືອງດອງທີ່ດີຕໍ່ກັນ, ພ້ອມທັງເປັນການຍົກລະດັບ ແລະ ເພີ່ມພູນຄູນສ້າງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.

ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື · ຮູບທີ 3

ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າ ໃຫ້ແກ່ ພັກ,ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ມາຍັງພະບາດສົມເດັດ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ ສປປ ລາວ ມາໂດຍຕະຫຼອດ, ນັບຕັ້ງແຕ່ໄລຍະການຕໍ່ສູ້ກູ້ຊາດ ຈົນເຖິງໄລຍະແຫ່ງການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ ສະເດັດໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ໃຫ້ແໜ້ນແຟ້ນແລະຂະຫຍາຍຕົວຍິ່ງໆຂື້ນ.

ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື · ຮູບທີ 4
ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື · ຮູບທີ 5

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່