
ທ່າເຮືອນິວອໍລີນ ຍື່ນຟ້ອງເອິ້ນຄ່າເສຍຫາຍ 1 ລ້ານໂດລາ ຫຼັງເຮືອບັນທຸກນ້ຳມັນຕຳເຮືອສຳລານ ໃນແມ່ນ້ຳມິສຊິດຊິບປີ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ພະຈິກ 2026 ວ່າ ການທ່າເຮືອນິວອໍລີນ ໄດ້ຍື່ນຟ້ອງຕໍ່ສານລັດຖະບານກາງ ເພື່ອຮຽກຮ້ອງຄ່າເສຍຫາຍຫຼາຍກວ່າ 1 ລ້ານໂດລາສະຫະລັດ ຈາກບໍລິສັດເຈົ້າຂອງເຮືອບັນທຸກນ້ຳມັນຊື່ “ແອັດແລນຕິກ ແອສຟັລຕ໌” (Atlantic Asphalt) ແລະ ບໍລິສັດບໍລິຫານຈັດການເຮືອ ຈາກເຫດການເຮືອລຳດັ່ງກ່າວແລ່ນຕຳເຮືອສຳລານໃນແມ່ນ້ຳມິສຊິດຊິບປີ ເມື່ອອາທິດຜ່ານມາ.

ບໍລິສັດເຈົ້າຂອງເຮືອມີຊື່ວ່າ “ເນຟ ຊິບປິງ ເອສເອ” (Nave Shipping SA) ຈົດທະບຽນຢູ່ເມືອງມອນໂຣເວຍ ປະເທດໄລບີເຣຍ ແລະ ໄດ້ຮັບການອຸດໜູນຈາກ “ບໍລິສັດຕໍ່ເຮືອແຫ່ງລັດຈີນ” (CSSC) ສ່ວນບໍລິສັດທີ່ຮັບຜິດຊອບບໍລິຫານເຮືອມີຊື່ວ່າ “ໂທມ ຊິບ ເມເນດເຈີເມັນ ຈຳກັດ” (Thome Ship Management Pte Ltd).
ໃນຄຳຟ້ອງລະບຸວ່າ ອຸບັດຕິເຫດດັ່ງກ່າວເກີດຈາກຄວາມປະໝາດເລີນເລີ່ຂອງຝ່າຍເຮືອບັນທຸກນ້ຳມັນ ແລະ ບໍ່ໄດ້ນຳໃຊ້ມາດຕະການປ້ອງກັນທີ່ມີຢູ່ເພື່ອຫຼີກລ່ຽງການຕຳກັນ.

ຂະນະທີ່ໜ່ວຍຍາມຝັ່ງສະຫະລັດຄາດຄະເນວ່າ ສາເຫດອາດເກີດຈາກການສູນເສຍການຄວບຄຸມຫາງເສືອເຮືອ.ນອກຈາກນີ້ ການທ່າເຮືອນິວອໍລີນຍັງໄດ້ຮ້ອງຂໍໃຫ້ສານມີຄຳສັ່ງຍຶດເຮືອບັນທຸກນ້ຳມັນລຳດັ່ງກ່າວ ແລະ ນຳອອກຂາຍທອດຕະຫຼາດ ເພື່ອນຳເງິນມາຊົດເຊີຍຄ່າເຮັດຄວາມສະອາດ ຄ່າກວດສອບ ແລະ ຄ່າສ້ອມແປງຄວາມເສຍຫາຍຂອງທ່າເຮືອ.
ທັງນີ້ ເຫດອຸບັດຕິເຫດດັ່ງກ່າວເກີດຂຶ້ນໃນຊ່ວງບ່າຍວັນສຸກທີ່ຜ່ານມາ (13 ພະຈິກ) ໂດຍເຮືອບັນທຸກນ້ຳມັນ “ແອັດແລນຕິກ ແອສຟັລຕ໌” ໄດ້ພຸ່ງເຂົ້າຕຳເຮືອສຳລານແບບມີກົງລໍ້ຂັບເຄື່ອນທ້າຍເຮືອ ຊື່ “ອາເມຣິກັນ ເຮຣິເທຈ” (American Heritage) ທີ່ຈອດທຽບທ່າຢູ່ ຈົນເຮືອສຳລານປີ້ນຕະແຄງ ແລະ ຈົມລົງໃນນ້ຳບາງສ່ວນ ຂະນະທີ່ອາຄານຜູ້ໂດຍສານຂອງທ່າເຮືອກໍໄດ້ຮັບຄວາມເສຍຫາຍຢ່າງໜັກ.ໃນເວລາເກີດເຫດ ມີຜູ້ໂດຍສານຢູ່ເທິງເຮືອສຳລານປະມານ 129 ຄົນ ໂດຍບໍ່ລວມລູກເຮືອ.

ເຈົ້າໜ້າທີ່ກູ້ໄພ ຕຳຫຼວດ ແລະ ເຮືອລາກຈູງ ໄດ້ຮ່ວມກັນຊ່ວຍເຫຼືອຜູ້ປະສົບເຫດຫຼາຍກວ່າ 100 ຄົນຂຶ້ນຈາກແມ່ນ້ຳໄດ້ທັງໝົດ. ມີຜູ້ບາດເຈັບ 32 ຄົນ ຖືກນຳສົ່ງໂຮງໝໍ ແຕ່ບໍ່ມີຜູ້ໃດມີອາການສາຫັດ ແລະ ບໍ່ມີລາຍງານຜູ້ສູນຫາຍ. ເຮັດໃຫ້ເຈົ້າໜ້າທີ່ຍົກຍ້ອງເຫດການນີ້ວ່າເປັນ “ປາຏິຫານແຫ່ງແມ່ນ້ຳມິສຊິດຊິບປີ”.

ຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດສະຫະລັດ (NTSB) ເປີດເຜີຍວ່າ ເຈົ້າໜ້າທີ່ສາມາດກູ້ກ່ອງດຳສ່ວນບັນທຶກຂໍ້ມູນ (Data Recorder) ຂອງເຮືອບັນທຸກນ້ຳມັນໄດ້ແລ້ວ ແລະ ຈະອອກລາຍງານເບື້ອງຕົ້ນພາຍໃນ 30 ວັນ ສ່ວນລາຍງານສະບັບສົມບູນອາດໃຊ້ເວລາ 18-24 ເດືອນ.
ທີ່ມາ: ບີບີຊີ (BBC)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






