"ກວາດລ້າງຮຽບ! ປກສ ບຸກມ້າງແກ໊ງສໍ້ໂກງອອນລາຍ 3 ຈຸດ ຢູ່ສີສັດຕະນາກ ຈັບຕົວຄົນໄທ-ລາວ 6 ຄົນ"
K
ໂດຍ kaling
· 6 ມື້ ກ່ອນອ່ານ 1 ນາທີ23 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 1:38

ໃນວັນທີ 11 ພະຈິກ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ໜ່ວຍສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງປະຕິບັດການມ້າງກຸ່ມກໍ່ອາຊະຍາກຳທາງອິນເຕີເນັດ ຈຳນວນ 3 ຈຸດ ຢູ່ເຂດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ຜ່ານການກວດກາ ແລະ ປະຕິບັດການຕົວຈິງ ສາມາດກັກຕົວເປົ້າໝາຍ ແລະ ຢຶດຂອງກາງໄດ້ລາຍລະອຽດດັ່ງນີ້:











1. ຈຸດທີ 1 ແລະ ຈຸດທີ 2 (ບ້ານພັນໝັ້ນ)
- ຜູ້ຖືກກັກຕົວ: ກັກຕົວເປົ້າໝາຍໄດ້ 1 ຄົນ ເປັນຄົນສັນຊາດໄທ.
- ຂອງກາງທີ່ຢຶດໄດ້: ໂທລະສັບມືຖື 8 ເຄື່ອງ, ຄອມພິວເຕີຕັ້ງໂຕະ 10 ເຄື່ອງ, ລົດຈັກໄຟຟ້າ 2 ຄັນ, ຈໍຄອມພິວເຕີ 1 ຈໍ, ແທັບເລັດ 1 ໜ່ວຍ ແລະ ປຸມເປົ້າບັນຈຸແກັດໄນຕຣັດອອກຊາຍ (Nitrous Oxide) ຈຳນວນ 15 ໜ່ວຍ.
2. ຈຸດທີ 3 (ບ້ານວັດສົບ)
- ຜູ້ຖືກກັກຕົວ: ກັກຕົວເປົ້າໝາຍໄດ້ 5 ຄົນ (ຍິງ 2 ຄົນ) ປະກອບມີ 2 ສັນຊາດ ຄື: ສັນຊາດໄທ 4 ຄົນ (ຍິງ 2 ຄົນ) ແລະ ສັນຊາດລາວ 1 ຄົນ.
- ຂອງກາງທີ່ຢຶດໄດ້: ຄອມພິວເຕີໂນດບຸກ 5 ເຄື່ອງ, ໂທລະສັບມືຖື 3 ເຄື່ອງ ແລະ ແທັບເລັດ 1 ໜ່ວຍ.
ຕໍ່ກັບເຫດການດັ່ງກ່າວ, ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດກຳລັງນຳຕົວເປົ້າໝາຍທັງໝົດໄປສືບສວນ-ສອບສວນຂະຫຍາຍຜົນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຄວາມສະຫງົບ Lao Security News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 40 ຄັ້ງຖືກໃຈ 34 ຄັ້ງ
mahaxan.com/26425
ອ່ານຕໍ່






