ຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ຮ່ວມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.

ໃນການພົບປະດັ່ງກ່າວ, ຜູ້ນໍາສາມພັກ ຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດໃນໄລຍະຜ່ານມາ ຊຶ່ງສາມຝ່າຍໄດ້ມີການປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ການໄປມາຫາສູ່ກັນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການພົບປະກັນຂອງສາມປະເທດຢ່າງປົກກະຕິ. ພ້ອມດຽວກັນນີ້, ຜູ້ນໍາຂອງສາມພັກ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ລວມທັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.



ໃນໂອກາດດຽວກັນນີ້, ຜູ້ນໍາຂອງສາມພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານທີ່ສາມພັກ, ສາມປະເທດ ສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນທີ່ສາມຝ່າຍໄດ້ມີໃຫ້ແກ່ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຜູ້ນໍາຂອງສາມພັກຍັງໄດ້ຕີລາຄາສູງທີ່ສາມຝ່າຍສືບຕໍ່ຮັກສາໄດ້ກົນໄກການພົບປະລະຫວ່າງ ກົມ ການເມືອງ, ລັດຖະບານ, ກະຊວງ-ອົງການ ແລະ ທ້ອງຖິ່ນຂອງສາມປະເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາຫາລື ກ່ຽວກັບການຮ່ວມມືຂອງສາມປະເທດ. ພ້ອມດຽວກັນນີ້, ຜູ້ນໍາຂອງສາມພັກໄດ້ຢືນຢັນຄືນຢ່າງໜັກແໜ້ນວ່າທັງສາມພັກ ແລະ ສາມປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າ ແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫ່ວາງສາມພັກ, ສາມລັດ ແລະ ປະຊາຊົນສາມຊາດລາວ-ຫວຽດນາມ-ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ຂ່າວ: ກຕທ)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






