ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສອງນາຍົກລັດຖະມົນຕີ ລາວ-ໄທ ພົບປະຫາລື ຊຸກຍູ້ການຂະຫຍາຍມູນຄ່າການຄ້າສູ່ 12 ຕື້ໂດລາ ພາຍໃນປີ 2027 ພ້ອມເລັ່ງພັດທະນາການເຊື່ອມໂຍງດ້ານຄົມມະນາຄົມ ແລະ ພະລັງງານ

ໂດຍ Jenjila
· 6 ມື້ ກ່ອນອ່ານ 5 ນາທີ16 ຄັ້ງ
ສອງນາຍົກລັດຖະມົນຕີ ລາວ-ໄທ ພົບປະຫາລື ຊຸກຍູ້ການຂະຫຍາຍມູນຄ່າການຄ້າສູ່ 12 ຕື້ໂດລາ ພາຍໃນປີ 2027 ພ້ອມເລັ່ງພັດທະນາການເຊື່ອມໂຍງດ້ານຄົມມະນາຄົມ ແລະ ພະລັງງານ
ADadvertisement
ADadvertisement
ADadvertisement

ໃນວັນທີ 15 ພະຈິກ 2026 ທີ່ສູນປະຊຸມສາກົນຟີລິບປິນ ນະຄອນຫຼວງມະນີລາ ປະເທດຟີລິບປິນ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະຫາລືທະວີພາຄີກັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ສອງນາຍົກລັດຖະມົນຕີ ລາວ-ໄທ ພົບປະຫາລື ຊຸກຍູ້ການຂະຫຍາຍມູນຄ່າການຄ້າສູ່ 12 ຕື້ໂດລາ ພາຍໃນປີ 2027 ພ້ອມເລັ່ງພັດທະນາການເຊື່ອມໂຍງດ້ານຄົມມະນາຄົມ ແລະ ພະລັງງານ

ການພົບປະຫາລືຄັ້ງນີ້ ມີຈຸດປະສົງເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ເກີດຜົນເປັນຮູບປະທຳ ໂດຍມີເນື້ອໃນສຳຄັນດັ່ງນີ້:

ດ້ານຄວາມໝັ້ນຄົງ: ທາງການໄທສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນການສະກັດກັ້ນຢາເສບຕິດ ແລະ ສານເຄມີຕັ້ງຕົ້ນ ຜ່ານການເພີ່ມຄວາມເຂັ້ມງວດໃນການລາດຕະເວນຕາມແນວຊາຍແດນ, ການແລກປ່ຽນຂ່າວສານ ແລະ ການເສີມສ້າງຄວາມຮູ້ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ລາວ.

ພ້ອມນີ້ ທາງການໄທຍັງໄດ້ຊົມເຊີຍມາດຕະການເຊີງຮຸກຂອງລາວໃນການປາບປາມເຄືອຂ່າຍອາຊະຍາກຳຫຼອກລວງທາງອອນລາຍ ແລະ ຂອບໃຈຕໍ່ການຮ່ວມມືໃນການຊ່ວຍເຫຼືອ ແລະ ສົ່ງຄືນພົນລະເມືອງໄທ. ພ້ອມສະເໜີໃຫ້ໜ່ວຍງານປະສານງານຂອງສອງຝ່າຍເພີ່ມການແລກປ່ຽນຂ່າວສານ ແລະ ຂໍ້ມູນຂ່າວກອງ ເພື່ອຍົກສູງປະສິດທິຜົນໃນການປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ. ສ່ວນບັນຫາໝອກຄວັນຂ້າມແດນ ແລະ ການຄຸ້ມຄອງຊັບພະຍາກອນນ້ຳຢ່າງຍືນຍົງ, ຝ່າຍໄທພ້ອມສະໜັບສະໜູນລາວ ຜ່ານການພັດທະນາບຸກຄະລາກອນ ແລະ ເສີມສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານທີ່ກ່ຽວຂ້ອງ.

ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ: ທາງການໄທສະເໜີໃຫ້ທາງ ສປປ ລາວ ສືບຕໍ່ອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງສິນຄ້າຂ້າມຊາຍແດນ ເພື່ອຊຸກຍູ້ມູນຄ່າການຄ້າສອງຝ່າຍຈາກປະມານ 9,8 ຕື້ໂດລາສະຫະລັດ ໃຫ້ບັນລຸ 12 ຕື້ໂດລາສະຫະລັດ ພາຍໃນປີ 2027.

ນອກຈາກນີ້ ທາງການໄທຍັງໄດ້ຂອບໃຈລັດຖະບານລາວທີ່ໃຫ້ການສະໜັບສະໜູນການລົງທຶນຂອງພາກເອກະຊົນໄທ ພ້ອມສະເໜີໃຫ້ສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດໃຫ້ເໝາະສົມ ແລະ ເອື້ອອຳນວຍຕໍ່ການລົງທຶນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນ.

ດ້ານຄົມມະນາຄົມ ແລະ ໂລຈິສຕິກ: ທາງການໄທສະເໜີໃຫ້ເລັ່ງປະສານງານ ແລະ ຜັກດັນ 3 ໂຄງການສຳຄັນ ປະກອບມີ:

  1. ການທົບທວນ ແລະ ພິຈາລະນາເສັ້ນທາງເຊື່ອມຕໍ່ຝັ່ງລາວ ສຳລັບໂຄງການຂົວລົດໄຟຂ້າມແມ່ນ້ຳຂອງແຫ່ງໃໝ່ ເຊື່ອມຕໍ່ໜອງຄາຍ-ວຽງຈັນ.
  2. ການເລັ່ງສະຫຼຸບຂໍ້ຕົກລົງກ່ຽວກັບການແບ່ງຮັບຜິດຊອບຄ່າໃຊ້ຈ່າຍ ໃນການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ເສັ້ນທາງອຸບົນຣາຊະທານີ-ສາລະວັນ.
  3. ການຜັກດັນການຈັດຕັ້ງພື້ນທີ່ຄວບຄຸມຮ່ວມ (Common Control Area: CCA) ໂດຍສະເໜີໃຫ້ເລີ່ມພິຈາລະນາຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ເສັ້ນທາງນະຄອນພະນົມ-ຄຳມ່ວນ ຫຼື ແຫ່ງທີ 4 ເສັ້ນທາງຊຽງຂອງ-ຫ້ວຍຊາຍ ໂດຍຝ່າຍໄທຢືນຢັນຄວາມພ້ອມໃນການຮ່ວມມື.

ໂຄງການເຫຼົ່ານີ້ຄາດວ່າຈະຊ່ວຍອຳນວຍຄວາມສະດວກໃນການເດີນທາງ ແລະ ການຂົນສົ່ງສິນຄ້າຂ້າມຊາຍແດນ, ຫຼຸດຜ່ອນຕົ້ນທຶນດ້ານໂລຈິສຕິກ ພ້ອມທັງເສີມສ້າງທ່າແຮງຂອງ ສປປ ລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສອງນາຍົກລັດຖະມົນຕີ ລາວ-ໄທ ພົບປະຫາລື ຊຸກຍູ້ການຂະຫຍາຍມູນຄ່າການຄ້າສູ່ 12 ຕື້ໂດລາ ພາຍໃນປີ 2027 ພ້ອມເລັ່ງພັດທະນາການເຊື່ອມໂຍງດ້ານຄົມມະນາຄົມ ແລະ ພະລັງງານ · ຮູບທີ 2

ໂຄງການດັ່ງກ່າວ ຈະປະກອບສ່ວນອຳນວຍຄວາມສະດວກໃນການເດີນທາງ ແລະ ການຂົນສົ່ງສິນຄ້າຂ້າມຊາຍແດນ, ຫຼຸດຜ່ອນຕົ້ນທຶນດ້ານໂລຈິສຕິກ ກໍຄື ສົ່ງເສີມທ່າແຮງຂອງ ສປປ ລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສຳລັບການຮ່ວມມືດ້ານພະລັງງານ, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຄືບໜ້າຂອງໂຄງການເຊື່ອມໂຍງການຊື້-ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ເຊິ່ງເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເຄືອຂ່າຍໄຟຟ້າອາຊຽນ (ASEAN Power Grid) ແລະ ປະກອບສ່ວນເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ. ພ້ອມນີ້, ຍັງໄດ້ສະເໜີໃຫ້ຈັດຕັ້ງຄະນະເຮັດວຽກຮ່ວມດ້ານພະລັງງານ ລາວ-ໄທ ເພື່ອເປັນກົນໄກໃນການເພີ່ມທະວີການປະສານງານ, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານພະລັງງານໃຫ້ມີປະສິດທິຜົນຍິ່ງຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງສອງປະເທດ ທ່າມກາງສະພາບຕະຫຼາດພະລັງງານໂລກທີ່ມີຄວາມຜັນຜວນ.

ການພົບປະຫາລືຄັ້ງນີ້ ເປັນການສືບຕໍ່ສົ່ງເສີມ ແລະ ເສີມສ້າງສາຍພົວພັນມິດຕະພາບ, ຄວາມຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ຮັດແໜ້ນມິດຕະພາບສາຍພົລພັນ ແລະ ໝັ້ນຄົງຍິ່ງຂຶ້ນ. ພ້ອມທັງເປັນການຊຸກຍູ້ການຮ່ວມມືໃນດ້ານຕ່າງໆ ໃຫ້ເກີດຜົນເປັນຮູບປະທຳ, ປະກອບສ່ວນສ້າງສະພາບແວດລ້ອມອັນສັນຕິສຸກ, ມີສະຖຽນລະພາບ.

ດ້ານພະລັງງານ: ສອງຝ່າຍໄດ້ຊົມເຊີຍຜົນຄືບໜ້າຂອງໂຄງການເຊື່ອມໂຍງການຊື້-ຂາຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ເຊິ່ງເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເຄືອຂ່າຍໄຟຟ້າອາຊຽນ (ASEAN Power Grid) ແລະ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ.

ພ້ອມນີ້ ຍັງມີຂໍ້ສະເໜີໃຫ້ຈັດຕັ້ງຄະນະເຮັດວຽກຮ່ວມດ້ານພະລັງງານລາວ-ໄທ ເພື່ອເພີ່ມທະວີການປະສານງານ, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານພະລັງງານໃຫ້ມີປະສິດທິຜົນຍິ່ງຂຶ້ນ ທ່າມກາງສະພາບຕະຫຼາດພະລັງງານໂລກທີ່ມີຄວາມຜັນຜວນ.

ການພົບປະຫາລືຄັ້ງນີ້ ເປັນອີກກ້າວສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມທັງຊຸກຍູ້ການຮ່ວມມືໃນດ້ານຕ່າງໆໃຫ້ເກີດຜົນເປັນຮູບປະທຳ ເພື່ອສ້າງສະພາບແວດລ້ອມອັນສັນຕິສຸກ, ມີສະຖຽນລະພາບ, ສົ່ງເສີມການເຕີບໂຕທາງເສດຖະກິດ ແລະ ການພັດທະນາຢ່າງຍືນຍົງ ອັນຈະນຳມາເຊິ່ງຜົນປະໂຫຍດອັນແທ້ຈິງແກ່ປະຊາຊົນຂອງສອງປະເທດ.

ຂ່າວ: ສຳນັກຂ່າວ ຕ່າງປະເທດ (Thairath)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່