ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 22:08ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ

ໂດຍ Mahaxan
· 1 ອາທິດ ກ່ອນອ່ານ 1 ນາທີ2 ຄັ້ງ
ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ຕາມ​ຕົວ​ເລກ​ ທີ່​ປະ​ກາດ​ ໂດຍເວັບ​ໄຊ ​ຕິດ​ຕາມ​ການ​ບິນ FlightAware ສະ​ແດງ​ໃຫ້​ເຫັນ​ວ່າ:ຫລັງ​ຈາກ ​ເກີດ​ບັນ​ຫາ​ໃນ​ການ​ສື່​ສານ​ ຂອງ​ລະ​ບົບ​ຄຸ້​ມ​ຄອງ​ ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ໃນ​ວັນ​ທີ 13 ພະ​ຈິກ​ນີ້ເຮັດ​ໃຫ້​ເຮືອ​ບິນ​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາ​ ຕ້ອງ​ຍຸດ​ຕິການ​ບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວ​ບິນ ​ພາຍ​ໃນ​ປະ​ເທດ ສະຫະລັດ ອ​າ​ເມ​ລິ​ກາແລະ​ໄປ-​ກັບ ສ.​ອາ​ເມ​ລິກາ ຫລາຍກວ່າ 3.300 ​ຖ້ຽວ ຖືກ​ຍົກ​ເລີກ.ຫົວ​ໜ້າ​ ອົງ​ການ​ບໍ​ລິ​ຫານ​ການ​ບິນ ​ສະ​ຫະ​ລັດ​ ອາ​ເມ​ລິ​ກາ​​ ໄດ້ກ່າວ​ຂໍ​ໂທດ ​ຕໍ່​ປະ​ຊາ​ຊົນ ​ອາ​ເມ​ລິກາ, ແລະ​ກ່າວວ່າ:​ ຄາດ​ວ່າການ​ຂົນ​ສົ່ງ​​ທາງ​ອາ​ກາດ ທົ່ວ​ປະ​ເທດ​ ສະຫະລັດ ອາ​ເມ​ລິ​ກາ​ ຈະ​ກັບ​ຄືນ ເປັນ​ປົກ​ກະ​ຕິ​ ໃນ​​ວັນ​ທີ 15 ພະ​ຈິກ​ນີ້.ຜູ້ຊ່ຽວ​ຊານ ​​ດ້ານ​ຄວາມ​ປອດ​ໄພ ​ການ​ບິນ ​ອາ​ເມ​ລິ​ກາ​ ກ່າວ​ວ່າ:​ການ​ຍຸດ​ຕິ​ການ​ບິນ ​​ໃນ​ທົ່ວ​ປະ​ເທດ ສະຫະລັດ ​ອາ​ເມ​ລິ​ກາຄັ້ງ​ນີ້​ ເປັນ​ເຫດ​ການ​ ທີ່​ບໍ່​ທຳ​ມະ​ດາ, ແມ່ນ​ໜຶ່ງ​ໃນເຫດ​ການ ​ດ້ານ​ການ​ບິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ຂອງ​ສ.ອາ​ເມ​ລິ​ກາ​ນັບ​ຕັ້ງ​ແຕ່​ເກີດ​​ການ​ໂຈມ​ຕີ ​ກໍ່​ການ​ຮ້າຍ “11 ກັນ​ຍາ” ໃນ​ປີ 2001 ເປັນ​ຕົ້ນ​ມາ.​ເຫດ​ການດັ່ງ​ກ່າວ ​ໄດ້​​ເປີດ​ເຜີຍ​ໃຫ້​ເຫັນ​ອີກ​ຄັ້ງ​ເຖິງ ​​ຂໍ້​ບົກ​ຜ່ອງ​ ຂອງ​​ພື້ນ​ຖານ​ໂຄງ​ລ່າງ​ການ​ບິນ​ ທາງ​ອາ​ກາດ​ຂອງ​ ສ.ອາ​ເມ​ລິ​ກາ ​ທີ່​ເກົ່າ​ແກ່, ເຊິ່ງ​ອາດຈະ​​ເຮັດໃຫ້​ເກີດ​ເຫດ​ ການ​​ແບບ​ດຽວ​ກັນ​ນີ້​ອີກ ​ໃນ​ອະ​ນາ​ຄົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່