ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ

ໂດຍ Mahaxan
· 6 ມື້ ກ່ອນອ່ານ 1 ນາທີ5 ຄັ້ງ
ADadvertisement
ADadvertisement
ADadvertisement

ໂດຍຕອບສະໜອງຕາມໜັງສືເຊີນທາງການຂອງ ທ່ານ ເຟົາສຕິໂນ ໂບຈິ ຈີດີທີ III  (Faustino “Bojie” G. Dy III), ປະທານສະພາຜູ້ແທນລາສະດອນແຫ່ງ ສາທາລະນະລັດ ຟີລິບປິນ, ທັງເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື AIPA ຄັ້ງທີ 47, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປ ລາວ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47 ພາຍໃຕ້ຫົວຂໍ້ “ລັດຖະສະພາ ໃນການປົກປັກຮັກສາສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຖືປະຊາຊົນເປັນແກນກາງຂອງອາຊຽນ” ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-22 ພະຈິກ 2026 ທີ່ນະຄອນ ຫລວງມະນີລາ, ສາທາລະນະລັດ ຟີລິບປິນ ເພື່ອປະຕິບັດພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບໃນຖານະທີ່ສະພາແຫ່ງຊາດລາວ ເປັນສະມາຊິກສົມບູນຂອງໄອປາ, ເປັນການສະແດງທັດສະນະຕໍ່ເນື້ອໃນກອງປະຊຸມໃນກອບບັນຫາການເມືອງ, ເສດຖະກິດ, ສັງຄົມ, ສະມາຊິກສະພາແຫ່ງຊາດເພດຍິງ, ສະມາຊິກສະພາແຫ່ງຊາດໜຸ່ມ ແລະ ວຽກງານພາຍໃນຂອງໄອປາ.

ນອກນີ້, ຍັງຈະໄດ້ແລກປ່ຽນຂໍ້ມູນຂ່າວສານກັບບັນດາຜູ້ແທນລັດຖະສະພາເພື່ອນມິດ ແນໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລັດຖະສະພາປະເທດສະມາຊິກໄອປາ ກັບ ລັດຖະສະພາປະເທດຜູ້ສັງເກດການ ແລະ ລັດຖະສະພາພາກພື້ນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່