ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ

ໂດຍ Mahaxan
· 5 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ກອງປະຊຸມພົບປະກັບນັກທຸລະກິດ ຈີນ-ໄທ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ພະຈິກນີ້ ຢູ່ນະຄອນຫລວງ ບາງກອກຂອງໄທ, ທ່ານ ຫລີສຽງນາຍົກລັດຖະມົນຕີຈີນ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທໄດ້ເຂົ້າຮ່ວມ ກອງປະຊຸມພົບປະກັບ ນັກທຸລະກິດຈີນ-ໄທ. ພາຍຫລັງ ໄດ້ຮັບຟັງຄໍາເຫັນ ຂອງຜູ້ຕາງໜ້າ ຈາກວົງການວິສາຫະກິດ ຂອງສອງປະເທດ, ທ່ານ ຫລີສຽງ ກ່າວວ່າ: ປັດຈຸບັນ, ສປ ຈີນ ແລະ ໄທ ພວມຮ່ວມກັນສ້າງ 5 ທົດສະວັດ ຄໍາໃໝ່ແຫ່ງການພົວພັນ ລະຫວ່າງ ສອງປະເທດເຊິ່ງການຮ່ວມມື ດ້ານເສດຖະກິດ-ການຄ້າ ລະຫວ່າງ ສອງຝ່າຍຜະເຊີນໜ້າກັບໂອກາດໃໝ່ ນັບມື້ນັບ ຫລາຍ ກວ່າເກົ່າ.ວິສາຫະກິດຈີນ ແລະ ໄທ ຄວນປະຕິບັດ ໄປຕາມທ່າອຽງລວມ, ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດຫັນຈາກ “ໂຕະອາຫານ ແລະ ປາຍລີ້ນ” ໄປສູ່ “ເຕັກໂນໂລຊີ ດີຈີຕອນ ອັດສະລິຍະ ແລະ ສີຂຽວ”, ຫັນຈາກ “ການປະສານງານ ດ້ານການຜະລິດ” ໄປສູ່ “ການພັດທະນາແບບຄູ່ກັນ ລະຫວ່າງ ອຸດສາຫະກໍາ” ແລະ ຫັນຈາກ “ຂອບສອງຝ່າຍ” ໄປສູ່ “ການເຜີຍແຜ່ໄປ ສູ່ທ້ອງຖິ່ນ”. ລັດ ຖະບານຈີນ ແລະ ໄທຈະສຸມຄວາມພະຍາຍາມ ຢ່າງຕັ້ງໜ້າເພື່ອສະໜອງສະພາບແວດລ້ອມ ການດໍາເນີນທຸລະກິດ ທີ່ດີໃຫ້ແກ່ ວິສາຫະກິດຂອງສອງປະເທດເພື່ອຊຸກຍູ້ໃຫ້ ວິສາຫະກິດໄປລົງທຶນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ເພື່ອການພັດທະນາ ໃນໄລຍະຍາວ. ທ່ານ ອະນຸທິນ ກ່າວວ່າ: ສປ ຈີນ ເປັນຄູ່ການຄ້າສໍາຄັນ ທີ່ສຸດຂອງໄທ, ໄທຫວັງຈະຫັນການພົວພັນກັບ ສປ ຈີນ ຈາກຄູ່ການ ຄ້າ ທົ່ວໄປ ໃຫ້ກາຍເປັນຄູ່ການຄ້າໃນໄລຍະຍາວ ທີ່ມີການພັດທະນາຮ່ວມກັນແລະ ບັນລຸຜົນສຳເລັດຮ່ວມກັນ, ພ້ອມທັງ ຈະຂະຫຍາຍການຮ່ວມມືກັບ ສປ ຈີນ ໃນຂົງເຂດຕ່າງໆ ຕື່ມອີກ ເຊັ່ນ: ລົດໄຟ ຟ້າ, ກະສິກໍາ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ ແລະ ອື່ນໆ. ໄທ ຈະນໍາໃຊ້ນະໂຍບາຍແລະມາດຕະການຫລາຍກວ່າເກົ່າ ເພື່ອສະໜອງເງື່ອນໄຂທີ່ດີ ໃນການດໍາເນີນ ທຸລະກິດ ໃນໄລ ຍະຍາວ ໃຫ້ແກ່ວິສາຫະກິດຈີນ. ຜູ້ຕາງໜ້າວິສາະຫະກິດ ສອງປະເທດ ໃຫ້ຮູ້ວ່າ:ເຂົາເຈົ້າ ມີຄວາມໝັ້ນໃຈຢ່າງເຕັມປ່ຽມ ຕໍ່ມິດຕະພາບຈີນ-ໄທ ແລະຍິນດີ ທີ່ຈະປະກອບສ່ວນເຂົ້າ ໃນການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ດ້ວຍຜົນສໍາເລັດຕົວຈິງ ຫລາຍກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່