
ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 15 ພະຈິກ, ຢູ່ນະຄອນຫລວງ ພະນົນເປັນ, ກຳປູເຈຍ, ທ່ານ ໂຕເລິມເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດ ຝລັ່ງໂຟໂກນີ ຄັ້ງທີ XX ດ້ວຍຫົວຂໍ້ “ລົງທຶນຄືນໃໝ່ ໃຫ້ແກ່ ສັນຕິພາບເພື່ອການວັດທະນາຖາວອນລວມ ແລະ ສະຖຽນລະພາບ ແບບຍືນຍົງ.ເຫດການມີການເຂົ້າຮ່ວມ ຂອງການນຳຕາງໜ້າເກືອບ 90 ປະເທດ, ໃນນັ້ນມີ 25 ປະມຸກ ແລະ ຜູ້ນຳໜ້າ ລັດຖະບານ, ພ້ອມກັບ ຜູ້ຕາງໜ້າ ບັນດາສຳນັກຝລັ່ງໂກໂຟນີ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ. ກ່າວຄຳເຫັນ ໄຂກອງປະຊຸມ, ທ່ານລຸຍສ ມູຊິກິວາໂບ(Louise Mushikiwabo)ເລຂາທິການໃຫຍ່ ຝລັ່ງໂກໂຟນີ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍ ແລະສະຖານະການການເມືອງ ຂອງຫົວຂໍ້ກອງປະຊຸມສຸດຍອດ ໃນສະພາບການໂລກ ມີການຜັນແປຢ່າງວ່ອງໄວແລະ ສັບສົນ. ທ່ານ ເລຂາທິການໃຫຍ່ ຢັ້ງຢືນວ່າ ຝລັ່ງໂກໂຟນີຕ້ອງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນໃຫ້ກວ່າອີກ, ບໍ່ພຽງແຕ່ ແມ່ນສະຖານທີ່ ຮ່ວມກ່ຽວກັບ ດ້ານພາສາ, ວັດທະນະທຳເທົ່ານັ້ນຫາກຍັງ ແມ່ນເວທີປາໄສ ຊຸກຍູ້ການໂອ້ລົມ ສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີຄວາມສະມັກຄີ ແລະການຮ່ວມມື ລະຫວ່າງ ບັນດາປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






