ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

4 ທະນາຄານກາງ ໃນອາຊຽນ ລົງນາມ ເອັມໂອຢູໃຊ້ສະກຸນເງິນທ້ອງຖິ່ນເຮັດຸລະກຳຂ້າມຊາຍແດນ

ໂດຍ Mahaxan
· 5 ມື້ ກ່ອນອ່ານ 1 ນາທີ6 ຄັ້ງ
4 ທະນາຄານກາງ ໃນອາຊຽນ ລົງນາມ ເອັມໂອຢູໃຊ້ສະກຸນເງິນທ້ອງຖິ່ນເຮັດຸລະກຳຂ້າມຊາຍແດນ
ADadvertisement
ADadvertisement
ADadvertisement
4 ທະນາຄານກາງ ໃນອາຊຽນ ລົງນາມ ເອັມໂອຢູໃຊ້ສະກຸນເງິນທ້ອງຖິ່ນເຮັດຸລະກຳຂ້າມຊາຍແດນ

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທະນາຄານກາງມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟິລິປິນ ໄດ້ຮ່ວມກັນລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສົ່ງເສີມການໃຊ້ ສະກຸນເງິນທ້ອງຖິ່ນໃນການເຮັດທຸລະກຳຂ້າມຊາຍແດນ ພາຍໃຕ້ກອບ ການເຮັດທຸລະກຳ ດ້ວຍສະກຸນເງິນທ້ອງຖິ່ນ (Local Currency Transaction – LCT).

ຖະແຫລງການຮ່ວມ ໄດ້ລະບຸວ່າ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ເປັນກອບການດຳເນີນງານຂອງທະນາຄານກາງທັງ 4 ແຫ່ງ ເພື່ອສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການໃຊ້ສະກຸນເງິນ ທ້ອງຖິ່ນເພື່ອຊຳລະບັນຊີທຸລະກຳທະວິພາຄີ ລະຫວ່າງເຂດອຳນາດ ສານທີ່ເຂົ້າຮ່ວມ ເຊິ່ງຄວບຄຸມເຖິງການຄ້າ, ການລົງທຶນ ແລະ ທຸລະກຳອື່ນໆ ທີ່ຖືກຕ້ອງຕາມເງື່ອນໄຂ.

ການຂະຫຍາຍຄວາມຮ່ວມມື ໃນຄັ້ງນີ້ ມີເປົ້າໝາຍເພື່ອສົ່ງເສີມ ການໃຊ້ສະກຸນເງິນທ້ອງຖິ່ນ ໃນການເຮັດທຸລະກຳລະດັບ ພາກພື້ນໃຫ້ຫລາຍຂຶ້ນ, ເພີ່ມປະສິດທິພາບ ການຊຳລະ ບັນຊີຂ້າມຊາຍແດນ ແລະ ຫລຸດຜ່ອນຕົ້ນທຶນທີ່ເກີດຈາກ ການແບ່ງສະກຸນເງິນຫລາຍຕໍ່ ເຊິ່ງຈະຊ່ວຍໃຫ້ ພາກທຸລະກິດ ແລະ ຜູ້ມີສ່ວນກ່ຽວຂ້ອງລາຍອື່ນໆ ໃນຕະຫລາດສາມາດ ບໍລິຫານຈັດການ ຄວາມສ່ຽງຈາກ ອັດຕາແລກປ່ຽນ ໄດ້ຢ່າງທົນທານຫລາຍຂຶ້ນ.

ທະນາຄານກາງທັງ 4 ແຫ່ງ ຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຂັບເຄື່ອນການພັດທະນາ ແລະ ການດຳເນີນງານພາຍໃຕ້ ກອບການເຮັດທຸລະກຳ ດ້ວຍສະກຸນເງິນທ້ອງຖິ່ນ, ເຊິ່ງແຜນ ການລິເລີ່ມນີ້ ຈະຊ່ວຍຂະຫຍາຍ ຂອບເຂດການໃຊ້ສະກຸນເງິນທ້ອງຖິ່ນ ໃນການເຮັດທຸລະກຳ ລະດັບພາກພື້ນ, ສະໜັບສະໜູນກິດຈະກໍາ ທາງດ້ານ ເສດຖະກິດ ພ້ອມທັງເສີມສ້າງ ການຮ່ວມມື ແລະ ຄວາມທົນທານ ທາງດ້ານການເງິນໃນພາກພື້ນອີກດ້ວຍ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່