ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ລົງຕິດຕາມສະພາບອາຄານຮຽນຂອງໂຮງຮຽນ ມປ ທ່າແຂກ ໃນວັນທີ 16 ພະຈິກ 2026 ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຮງຮຽນ ມ ປາຍທ່າແຂກ ຕັ້ງຢູ່ເທສະບານ ເມືອງທ່າແຂກ ມີອາຄານຮຽນ 3 ຫລັງ, ລວມ 20 ຫ້ອງຮຽນ ຊຶ່ງໄດ້ນໍາໃຊ້ມາເປັນເວລາຫລາຍປີ ເຮັດໃຫ້ປັດຈຸບັນມີສະພາບຊຸດໂຊມຫລາຍຈຸດ ເຊັ່ນ: ຫລັງຄາຮົ່ວ ລະບົບໄຟຟ້າ ແລະ ສ່ວນປະກອບອື່ນໆ ທີ່ຈໍາເປັນຕ້ອງສ້ອມແປງ.
ໂອກາດນີ້, ທ່ານເລຂາພັກແຂວງຄໍາມ່ວນ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສໍາຫລວດ ແລະ ປະເມີນມູນຄ່າການສ້ອມແປງຢ່າງລະອຽດ ໂດຍສະເພາະ ອາຄານຮຽນຫລັງທີ່ຕ້ອງການສ້ອມແປງກ່ອນ ເພື່ອສະເໜີລະດົມທຶນມາບູລະນະປັບປຸງໃຫ້ມີສະພາບດີຂຶ້ນ. ພ້ອມທັງເນັ້ນໃຫ້ປັບປຸງພູມສັນຖານ ແລະ ສິ່ງແວດລ້ອມໂຮງຮຽນໃຫ້ສະອາດສວຍງາມ.

ພ້ອມນີ້, ຕາງໜ້າແຂວງຄໍາມ່ວນ ຍັງໄດ້ມອບເງິນ 50 ລ້ານກີບ ໃຫ້ແກ່ໂຮງຮຽນ ເພື່ອເປັນທຶນປະກອບສ່ວນໃນການບູລະນະສ້ອມແປງ, ທັງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຫ່ວງໃຍຂອງການນໍາແຂວງຕໍ່ວຽກງານສຶກສາ ໂດຍມຸ່ງໝັ້ນປັບປຸງສະພາບແວດລ້ອມການຮຽນຮູ້ ໃຫ້ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍຕໍ່ການສິດສອນ ແລະ ການຮຽນຂອງຄູ-ນັກຮຽນ.

ຂ່າວ: ມະນີວັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






