
ເກີດເຫດສານເຄມີຮົ່ວໄຫຼຄັ້ງໃຫຍ່ ຢູ່ບ່ອນຝັງຂີ້ເຫຍື້ອໃນລັດຄາລິຟໍເນຍ ຄວັນສີດຳລອຍປົກຄຸມທ້ອງຟ້າ ກ່ອນຈະປ່ຽນເປັນສີຂາວ ທາງການເຕືອນປະຊາຊົນກຽມພ້ອມອົບພະຍົບ 6 ເຂດ

ວັນທີ 17 ພະຈິກ 2026 ເວລາປະມານ 07:00 ໂມງ ຕາມເວລາປະເທດລາວ ເກີດເຫດສານເຄມີຮົ່ວໄຫຼຢູ່ບ່ອນຝັງຂີ້ເຫຍື້ອ ຊິກິຕາ ແຄນຢອນ Chiquita Canyon ໃນເມືອງແຄສເຕອິກ Castaic ລັດຄາລິຟໍເນຍ ສະຫະລັດອາເມລິກາ (ຕາມໂມງທ້ອງຖິ່ນ ປະມານ 16:00 ໂມງ ວັນຈັນທີ 16 ພະຈິກ 2026)

ເກີດເຫດການປ່ອຍກ໊າຊຈຳນວນຫຼາຍຢູ່ບໍ່ຝັງກົບຂີ້ເຫຍື້ອ ຊິກິຕາ ແຄນຢອນ (Chiquita Canyon) ໃນເມືອງແຄສເຕອິກ (Castaic) ລັດຄາລິຟໍເນຍ ສະຫະລັດອາເມລິກາ ສົ່ງຜົນໃຫ້ທາງການອອກຄຳເຕືອນໃຫ້ປະຊາຊົນໃນ 6 ເຂດ ກຽມພ້ອມອົບພະຍົບ ຫຼັງພົບຄວັນສີດຳລອຍປົກຄຸມທ້ອງຟ້າ ກ່ອນຈະປ່ຽນເປັນສີຂາວ.
ຕາມລາຍງານຂອງສື່ຂ່າວຕ່າງປະເທດ ລະບຸວ່າ ເຫດການເກີດຂຶ້ນໃນວັນຈັນ ເວລາປະມານ 16:00 ໂມງ ບໍລິເວນຖະໜົນ ເຮັນຣີ ມາໂຢ ໄດຣຟ໌ (Henry Mayo Drive) ເຂດເມືອງແຄສເຕອິກ (Castaic) ໂດຍພະແນກດັບເພີງເຂດປົກຄອງລອສແອນເຈລິສ (Los Angeles) ໄດ້ສົ່ງກຳລັງເຂົ້າກວດສອບແລະຄວບຄຸມສະຖານະການ.
ເບື້ອງຕົ້ນ ເຈົ້າໜ້າທີ່ລະບຸວ່າ ຄົນງານກຳລັງດຳເນີນການຂຸດດິນຕາມປົກກະຕິ ແຕ່ໄດ້ຂຸດໄປຖືກແຫຼ່ງກ໊າຊທີ່ສະສົມຢູ່ໃຕ້ດິນ ເຮັດໃຫ້ກ໊າຊຈຳນວນຫຼາຍຮົ່ວໄຫຼອອກມາ. ໃນຕອນທຳອິດ ທາງການເຂົ້າໃຈວ່າມີການຂຸດໄປຖືກທໍ່ສົ່ງ ແຕ່ຕໍ່ມາພົບວ່າເປັນແຫຼ່ງກ໊າຊທີ່ສະສົມຢູ່ໃຕ້ດິນ ໂດຍພື້ນທີ່ດັ່ງກ່າວບໍ່ໄດ້ມີການດຳເນີນວຽກມາໄລຍະໜຶ່ງແລ້ວ.

ເຫດການຄັ້ງນີ້ມີຄົນງານຢ່າງໜ້ອຍ 4–6 ຄົນ ຖືກນຳສົ່ງໂຮງໝໍເພື່ອກວດປະເມີນອາການ ຂະນະທີ່ເຈົ້າໜ້າທີ່ລະບຸວ່າ ຍັງບໍ່ພົບຄວາມສ່ຽງຕໍ່ສຸຂະພາບຂອງປະຊາຊົນ ແລະ ໄດ້ຈັດວາງລະບົບກວດວັດຄຸນນະພາບອາກາດໃນພື້ນທີ່ແລ້ວ (ຕາມຂໍ້ມູນຈາກພະແນກດັບເພີງເຂດລອສແອນເຈລິສ (Los Angeles County Fire Department).)
ທັງນີ້ ທາງການໄດ້ອອກປະກາດເຕືອນປະຊາຊົນໃນ 6 ເຂດໃກ້ຄຽງ ໃຫ້ກຽມພ້ອມອົບພະຍົບ ປະກອບມີ: ເຂດວາລເວີດ-ເອ (VALVERDE-A), ເຂດແຮສລີ (HASLEY), ເຂດຮິລເຄຣສ (HILLCREST), ເຂດແຄມບຣິດ (CAMBRIDGE), ເຂດອິນດັສຕຣີ (INDUSTRY) ແລະເຂດລີບໂອກ (LIVEOAK).
ຂະນະນີ້ ວິສະວະກອນຂອງບໍ່ຝັງກົບຂີ້ເຫຍື້ອ ແລະທີມງານຜູ້ຊ່ຽວຊານດ້ານສານອັນຕະລາຍ ກຳລັງຕິດຕາມກວດສອບແລະປະເມີນສະຖານະການຢ່າງໃກ້ຊິດ.

ທ່ານ ນາງ ແຄັດທຣິນ ບາກເກີ (Kathryn Barger) ຫົວໜ້າຄະນະກຳມະການເຂດປົກຄອງ Los Angeles ກ່າວວ່າ ປະຊາຊົນໃນເມືອງແຄສເຕອິກ (Castaic) ແລະ ຊຸມຊົນໃກ້ຄຽງ ຕ້ອງແບກຮັບຜົນກະທົບຈາກບໍ່ຝັງກົບຂີ້ເຫຍື້ອແຫ່ງນີ້ມາເປັນເວລາດົນນານ ແລະປະຊາຊົນບໍ່ຄວນຕ້ອງກັງວົນວ່າຕົນເອງຈະປອດໄພຫຼືບໍ່. ທ່ານ ນາງ ແຄັດທຣິນ ບາກເກີ ລະບຸວ່າ ຕ້ອງການຄຳຕອບທີ່ຊັດເຈນຈາກຜູ້ຮັບຜິດຊອບ ແລະ ຈະບໍ່ຍອມຮັບຄຳຊີ້ແຈງທີ່ບໍ່ຊັດເຈນ.
ທັງນີ້ ເຫດການຍັງຢູ່ໃນລະຫວ່າງການຕິດຕາມ ແລະລໍຖ້າການຢືນຢັນຂໍ້ມູນເພີ່ມເຕີມຈາກໜ່ວຍງານທີ່ກ່ຽວຂ້ອງ.
ທີ່ມາຂ່າວ: abc7
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






