ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

ໂດຍ Jenjila
· 5 ມື້ ກ່ອນອ່ານ 3 ນາທີ13 ຄັ້ງ
ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າຂອງວັນທີ 16 ພະຈິກ 2026 ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC), ນະຄອນຫລວງມານິລາ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ຊຸນຕານ ແລະ ສົມເດັດ ພະລາຊິນີ ແຫ່ງ ບຣູໄນ. ໃນຂະນະດຽວກັນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສົມເດັດ ຊຸນຕານ ທີ່ໄດ້ສະແດງຄວາມຊົມເຊີຍ ໃນໂອກາດໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ນອກຈາກນັ້ນ, ທ່ານກໍໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໄດ້ໃຫ້ຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະການມອບທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານ-ລັດຖະກອນລາວ ໃນແຕ່ລະປີ ເພື່ຶອມາຝຶກອົບຮົມ ແລະ ສ້າງຂີດຄວາມສາມາດດ້ານພາສາອັງກິດ ຢູ່ ບຣູໄນ ດາຣູຊາລາມ.

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ · ຮູບທີ 2

ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງສອງປະເທດ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະ 3 ກວ່າທົດສະວັດຜ່ານມາ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ກໍຄື ການຮ່ວມມືໃນດ້ານຕ່າງໆໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ນັບມື້ນັບເພີ່ມຂຶ້ນ. ພິເສດ, ແມ່ນການສະເດັດຢ້ຽມຢາມລັດຖະກິດ ສປປ ລາວ ໃນປີ 2023 ຜ່ານມາ ຂອງ ສົມເດັດ ຊຸນຕານ ພ້ອມດ້ວຍເຈົ້າຊາຍ ມາຕິນ ໃນໂອກາດສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ, ພ້ອມທັງໄດ້ຍົກລະດັບສາຍພົວພັນລະຫວ່າງສອງປະເທດ ຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ເພື່ອເປັນການເປີດໂອກາດໃໝ່ສຳລັບການຮ່ວມມືໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ກໍຄື ການຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງທີ່ຜູ້ນຳທັງສອງຝ່າຍໄດ້ຕົກລົງ ແລະ ລົງນາມຮ່ວມກັນ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ຂະແໜງການທີ່ສອງຝ່າຍມີທ່າແຮງຮ່ວມກັນ.

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ · ຮູບທີ 3

ໃນໂອກາດດຽວກັນນີ້, ສົມເດັດ ຊຸນຕານ ແຫ່ງ ບຣູໄນ ໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ສົມເດັດ ຊຸນຕານ ກໍໄດ້ເຊື້ອເຊີນ ທ່ານ ສະເຫລີມໄຊ ກົມມະສິດ ເດີນທາງຢ້ຽມຢາມບຣູໄນ ຢ່າງເປັນທາງການ ໃນໂອກາດທີ່ສອງຝ່າຍມີຄວາມສະດວກ.

ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່