SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ

ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ພະຈິກຜ່ານມາທີ່ ບ້ານຊຽງໄຄເມືອງໄຊບູລີ ແຂວງສະຫັວນນະເຂດ, ກ່າວມອບໂດຍ ທ່ານ.ສິນນະສອນ ນະດອນໄຮ່ຜູ້ອໍານວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ, ກ່າວຮັບໂດຍທ່ານ.ວັນໄຊ ສີປັດໃຈຮອງປະທານປົກຄອງເມືອງໄຊບູລີ, ໂດຍມີຜູ້ຕາງໜ້າຈາກ ກົມສັງຄົມສົງເຄາະກະຊວງແຮງງານແລະສະຫວັດດີການສັງຄົມ,ພະແນກ ຮສສ ແຂວງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ ໂດຍຜ່ານໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ.
ທ່ານ ວັນໄຊ ສີປັດໃຈໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ມາຍັງອຳນວຍການ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ ເພື່ອຟື້ນຟູຊີວິດການເປັນຂອງປະຊາຊົນໃຫ້ດີຂຶ້ນ.

ຂ່າວ: ເມືອງໄຊບູລີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






