ຕໍ່ໄປ ຂັບລົດລວງໄຟແດງ-ຂັບສວນເລນ-ຈອດລົດບໍ່ຖືກລະບຽບ-ຂັບລົດໄວເກີນກຳນົດ-ນໍ້າໜັກເກີນ ຈະຖືກສົ່ງບິນຄ່າປັບໃໝ ເຂົ້າເບີໂທລະສັບເຈົ້າຂອງລົດທັນທີ!

ພັອ ປອ ກິ່ງຄຳ ພົມມະຫາໄຊ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 16 ພະຈິກ 2026 ກ່ຽວກັບໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນວ່າ: ເພື່ອເປັນການປ້ອງກັນສະກັດກັ້ນການເກີດອຸບັດຕິເຫດຈະລາຈອນທາງບົກ ໃຫ້ຫລຸດໜ້ອຍຖອຍລົງ ທາງພັກ-ລັດ ຂັ້ນເທິງ ລວມເຖິງພາກສ່ວນທີ່ກ່ຽວຂ້ອງ ໄດ້ຊອກຫາວິທີແກ້ໄຂບັນຫາດັ່ງກ່າວ ຈຶ່ງໄດ້ເກີດມີໂຄງຄຸ້ມຄອງຍານພາຫະນະ ແລະ ຂົນສົ່ງແບບຄົບວົງຈອນຂຶ້ນມາ ເພື່ອເປັນຖານຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ທີ່ປະຕິບັດວຽກງານບັງຄັບໃຊ້ກົດໝາຍ.

ກະຊວງປ້ອງກັນຄວາມສະຫງົບ ໄດ້ມີທິດຊີ້ນຳ ແຕ່ງຕັ້ງຄະນະຮັບຜິດຊອບ ໂດຍມອບໃຫ້ບັນດາ ກົມກອງທີ່ກ່ຽວຂ້ອງ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ, ທາງຄະນະຮັບຜິດຊອບມີການເປີດກອງປະຊຸມປຶກສາຫາລື ແລະ ລົງສຳຫລວດພື້ນທີ່ ທີ່ຈະຕິດຕັ້ງກ້ອງກວດຈັບການລະເມີດ E-police, ກ້ອງເຊັກພ້ອຍ (ກ້ອງຈັບຄວາມໄວ), ກ້ອງກວດຈັບການຈອດລົດ, ສັ່ງນໍ້າໜັກ, ຈຸດທີ່ຈະຕິດຕັ້ງໄຟສັນຍານຈະລາຈອນ ແລະ ຈຸດທີ່ຈະຕິດຕັ້ງປ້າຍສັນຍານຈະລາຈອນຕ່າງໆ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ 9 ຕົວເມືອງ ໃນນະຄອນ ຫລວງວຽງຈັນ ສຳເລັດ, ປັດຈຸບັນມີການຕິດຕັ້ງ ເສົາທີ່ຈະຕິດຕັ້ງກ້ອງ E-police ຈໍານວນ 40 ຈຸດ, ສໍາເລັດແລ້ວ 27 ຈຸດ, ມີການຕິດຕັ້ງກ້ອງ E-police ແລະ ໄດ້ເປີດທົດລອງນໍາໃຊ້ ແລ້ວ 8 ຈຸດ.

ກ້ອງ E-police ສາມາດກວດຈັບການລະເມີດ ຂອງຍານພາຫະນະທີ່ສັນຈອນຕາມເສັ້ນທາງໄດ້ຢ່າງລະອຽດ ກໍລະນີມີການລະເມີດ, ກ້ອງຈະບັນທຶກການລະເມີດເປັນຮູບພາບ ສົ່ງເຂົ້າຖານຂໍ້ມູນ ແລະ ສາ ມາດລະບຸໄດ້ວ່າ ຍານພາຫະນະດັ່ງກ່າວ ໃຜເປັນເຈົ້າຂອງ ນອກຈາກນີ້, ຖານຂໍ້ມູນຄຸ້ມຄອງຍານພາຫະ ແລະ ການຂົນສົ່ງແບບຄົບວົງຈອນ ຍັງມີການບັນທຶກ ປະຫວັດພາຫະນະ, ຜູ້ຂັບຂີ່, ທີ່ມີການລະເມີດກົດຈະລາຈອນໃນໄລຍະຜ່ານມາວ່າມີຈັກຄັ້ງ, ລະເມີດກໍລະນີໃດແດ່, ນອກຈາກນີ້ ລະບົບຍັງມີການສົ່ງແຈ້ງເຕືອນເຂົ້າເບີໂທລະສັບ ເຈົ້າຂອງພາຫະນະທີ່ມີການລະເມີດ, ໂດຍມີຂໍ້ມູນການລະເມີດຕິດຂັດ, ມີໃບບິນປັບໃໝແບບເອເລັກໂຕນິກ ສາມາດປີ້ນໃບບິນການລະເມີດ ຢູ່ຕາມຈຸດກວດກາ ເພື່ອໃຫ້ເຈົ້າຂອງພາຫະນະ ທີ່ມີການລະເມີດ ແບບເຊິ່ງໜ້າ ໄດ້ກັບທີ່ເລີຍ; ສ່ວນການຊຳລະຄ່າປັບໃໝແມ່ນສາມາດ ຈ່າຍຜ່ານລະບົບບັນຊີທະນາຄານຜ່ານ ແອບພີເຄຊັ່ນສະເພາະ.

ຜ່ານການນຳໃຊ້ລະບົບເຕັກນິກຖານຂໍ້ມູນຄຸ້ມຄອງຍານພາຫະ ຂອງໂຄງການດັ່ງກ່າວ ສາມາດຕີລາຄາໄດ້ວ່າ ລະບົບດັ່ງກ່າວນີ້ຈະສາມາດ ເຂົ້າມາຊ່ວຍການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງເຈົ້າໜ້າທີ່ໄດ້ໂດຍສະເພາະວຽກງານການບັງຄັບໃຊ້ກົດໝາຍ, ປັດຈຸບັນແມ່ນຢູ່ໃນໄລຍະພັດທະນາ ແລະ ທົດລອງນຳໃຊ້ລະບົບ ມາໄດ້ໄລຍະໜຶ່ງແລ້ວ, ມາຮອດໄລຍະນີ້ເຫັນວ່າມີຄວາມພ້ອມແລ້ວ ທີ່ຈະເປີດນຳໃຊ້ ແລະ ຄາດກະວ່າເປີດນຳໃຊ້ຢ່າງເປັນທາງການໃນໄວໆນີ້.
ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






