
ນາຍົກລັດຖະມົນຕີຈີນ ສະເໜີ 3 ຂໍ້ ກ່ຽວກັບ ການຮ່ວມມື ຈີນ-ອາຊຽນ

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 16 ພະຈິກນີ້, ທ່ານ ຫລີສຽງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດ ຈີນ-ອາຊຽນ ຄັ້ງທີ 29 ຢູ່ນະຄອນຫລວງ ມະນີລາ ປະເທດຟິລິບປິນ ໂດຍໄດ້ ສະເໜີ 3 ຂໍ້ ກ່ຽວກັບ ການຮ່ວມມື ຈີນ-ອາຊຽນ ຄື: ໜຶ່ງ, ປັບປຸງການຮັບປະກັນ ສັນຕິພາບ ແລະ ຄວາມສະຫງົບ ໃຫ້ເຂັ້ມແຂງ; ສອງ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ; ສາມ, ເພີ່ມພູນຄຸນສ້າງ ຄວາມທຸກໃຫ້ແກ່ ປະຊາຊົນ. ກອງປະຊຸມດັ່ງກ່າວ ໄດ້ປະກາດວ່າ:ອະນຸສັນຍາ ຍົກລະດັບ ເຂດການຄ້າເສລີຈີນ-ອາຊຽນ 3.0 ຈະມີຜົນບັງຄັບໃຊ້ ໃນວັນທີ 1 ທັນວາ 2026, ໄດ້ກຳນົດປີ 2027 ເປັນ “ປີຮ່ວມມື ປັນຍາປະດິດຈີນ-ອາຊຽນ” ແລະໄດ້ເຜີຍແຜ່ ເອກະສານ ກ່ຽວກັບ ຜົນງານຕ່າງໆ ເຊັ່ນ:ເອກະສານ ກ່ຽວກັບ ຈີນ-ອາຊຽນ ສ້າງຕັ້ງສາຍພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີ, ການສ້າງຕັ້ງສາຍພົວພັນ ຄູ່ຮ່ວມມື ດ້ານພະລັງງານ ແລະລົງເລິກ ການຮ່ວມມື ດ້ານອຸດສາຫະກຳ ປ່າໄມ້ ເປັນຕົ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






