
ສປ ຈີນ-ກຸ່ມເສດຖະກິດເອເປັກ ໄດ້ບັນລຸຜົນສຳເລັດເກືອບ 50 ລາຍການໃນຂົງເຂດ ເສດຖະກິດ-ການຄ້າ

ວິທະຍຸ ໂທລະພາບ ສູນກາງຈີນ,ໃນກອງປະຊຸມຖະແຫລງຂ່າວ ຄັ້ງທີ 4 ຂອງສູນຂ່າວອາທິດ ກອງປະຊຸມຜູ້ນຳ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກຫລື APEC ປີ 2026 ທີ່ຈັດຂຶ້ນ ໃນວັນທີ 16 ພະຈິກນີ້, ທ່ານຫລີເສີງກ່າງ ຜູ້ຕາງໜ້າການເຈລະຈາ ດ້ານການຄ້າສາກົນ ສປ ຈີນທັງເປັນ ຮອງລັດຖະມົນຕີ ກະຊວງການຄ້າຈີນ ແຈ້ງໃຫ້ຮູ້ວ່າ:ນັບແຕ່ ຕົ້ນປີນີ້, ກະຊວງການຄ້າຈີນຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງໄດ້ຊຸກຍູ້ການຮ່ວມມື ໃນຂົງເຂດ ເສດຖະກິດການຄ້າ 4 ດ້ານ ຄື:ການຊຸກຍູ້ການເຊື່ອມໂຍງ ເສດຖະກິດພາກພື້ນ, ການສະໜັບສະໜູນ ວຽກງານຂອງອົງການການຄ້າໂລກ, ການລົງເລິກ ການຮ່ວມມືດ້ານດິຈິຕອນ ແລະ ອັດສະລິຍະ ແລະການພັດທະນາ ເສດຖະກິດສີຂຽວເຊິ່ງໄດ້ບັນລຸຜົນສຳເລັດ ທີ່ຕິດແທດຕົວຈິງເກືອບ 50 ລາຍການ ກັບກຸ່ມເສດຖະກິດ APEC./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






