ປກສ ເມືອງສົບເບົາ ມອບອາວຸດປືນກວ່າ 500 ກະບອກ ແລະ ໝາກແຕກ ໃຫ້ຄະນະຮັບຜິດຊອບແຂວງຫົວພັນ

ໃນວັນທີ 17 ພະຈິກ 2026 ນີ້, ກອງບັນຊາການ ປກສ ເມືອງສົບເບົາ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ອາວຸດທີ່ຮິບໂຮມເກັບກູ້ໄດ້ ໃຫ້ແກ່ຄະນະຮັບຜິດຊອບເກັບກຳອາວຸດປືນ ແລະ ທາດລະເບີດ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫົວພັນ.

ພິທີດັ່ງກ່າວ ກ່າວມອບໂດຍ ທ່ານ ພັທ ໂພໄຊ ສີໄຟ ຫົວໜ້າກອງບັນຊາການ ປກສ ເມືອງສົບເບົາ ແລະ ກ່າວຮັບໂດຍ ທ່ານ ພັທ ສຸວັນເຄນ ມີ້ທອງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະເຂົ້າຮ່ວມເປັນສັກຂີພິຍານ.

ລາຍການອາວຸດ ແລະ ທາດລະເບີດທີ່ນຳມາມອບ-ຮັບໃນຄັ້ງນີ້ ປະກອບມີ:
- ອາວຸດລ່າເນື້ອ (ປືນແກັບ): ຈຳນວນ 500 ກະບອກ
- ປືນເສິກ: ຈຳນວນ 9 ກະບອກ
- ໝາກແຕກ: ຈຳນວນ 3 ໜ່ວຍ
ການມອບ-ຮັບຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຮິບໂຮມເກັບກູ້ອາວຸດປືນ ແລະ ທາດລະເບີດ ຢູ່ແຂວງຫົວພັນ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ທີ່ມາ: ຂ່າວ ປກສ ແຂວງຫົວພັນ News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






