ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ

ໂດຍ Jenjila
· 4 ມື້ ກ່ອນອ່ານ 2 ນາທີ10 ຄັ້ງ
ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ
ADadvertisement
ADadvertisement
ADadvertisement

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການຮ່ວມມືປ່າໄມ້ແຫ່ງອາຊີ (AFoCO) ກະກຽມຈັດການຝຶກອົບຮົມຄູຝຶກດ້ານການດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 (TOTFFS) ໃນລະຫວ່າງວັນທີ 18–29 ມັງກອນ 2027 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງເອີຣົບ ແລະ ການຕ່າງປະເທດ ແຫ່ງສາທາລະນະລັດຝຣັ່ງ (MOEFA) ແລະ ກົມປ່າໄມ້ແຫ່ງສາທາລະນະລັດເກົາຫຼີ (KFS).

ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ

ການຝຶກອົບຮົມຄັ້ງນີ້ ແມ່ນກິດຈະກຳສຳຄັນພາຍໃຕ້ໄລຍະຫຼັກ 2026–2030 ຂອງຂໍ້ລິເລີ່ມການຄຸ້ມຄອງໄຟປ່າໃນອາຊີ (FFMA) ເຊິ່ງມີເປົ້າໝາຍເພື່ອຍົກລະດັບຄວາມຮູ້ ແລະ ທັກສະຂອງບຸກຄະລາກອນດ້ານການປ້ອງກັນ ແລະ ດັບໄຟປ່າ ພ້ອມທັງເສີມສ້າງການຮ່ວມມືແລກປ່ຽນປະສົບການລະຫວ່າງບັນດາປະເທດໃນພາກພື້ນ.

ສຳລັບການຝຶກອົບຮົມຄັ້ງນີ້ ຈະມີຜູ້ເຂົ້າຮ່ວມຈາກ 7 ປະເທດ ປະກອບມີ ບູຖານ, ກຳປູເຈຍ, ສປປ ລາວ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ. ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ນອກຈາກຈະເປັນໂອກາດໃຫ້ເຈົ້າໜ້າທີ່ລາວໄດ້ພັດທະນາຄວາມສາມາດໂດຍກົງແລ້ວ ຍັງເປັນການສົ່ງເສີມບົດບາດຂອງລາວໃນການຮ່ວມມືດ້ານການຈັດການໄຟປ່າລະດັບພາກພື້ນ.

ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ · ຮູບທີ 2

ຫຼັກສູດການຝຶກອົບຮົມໄລຍະ 2 ອາທິດ ຈະປະກອບມີການຮຽນທິດສະດີ, ການຈຳລອງສະຖານະການ ແລະ ການຝຶກປະຕິບັດຕົວຈິງໃນພາກສະໜາມ ໂດຍເນັ້ນໃສ່ການວິເຄາະພຶດຕິກຳຂອງໄຟປ່າ, ມາດຕະການຄວາມປອດໄພ, ເຕັກນິກການດັບໄຟປ່າ, ການຈູດໄຟຄວບຄຸມ (Prescribed Burning) ລວມທັງການນຳໃຊ້ເຕັກໂນໂລຊີສະໜັບສະໜູນ ເຊັ່ນ ແຜນທີ່ພູມສັນຖານ ແລະ ໂດຣນສຳລັບວຽກງານດັບໄຟປ່າ.

ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການນຳຄວາມຮູ້ໄປຖ່າຍທອດ ແລະ ຂະຫຍາຍຜົນພາຍໃນປະເທດຂອງຕົນ ເພື່ອສ້າງຄູຝຶກທີ່ມີຄວາມຊຳນານ ແລະ ເພີ່ມປະສິດທິຜົນໃນການຮັບມືກັບໄຟປ່າ.

ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ · ຮູບທີ 3

ການຈັດຝຶກອົບຮົມຄັ້ງນີ້ ຈຶ່ງເປັນອີກກ້າວສຳຄັນໃນການເສີມສ້າງທ່າແຮງບຸກຄະລາກອນ, ພັດທະນາຄວາມຮ່ວມມືລະດັບພາກພື້ນ ແລະ ຍົກລະດັບການປ້ອງກັນ ແລະ ຄວບຄຸມໄຟປ່າໃຫ້ມີຄວາມປອດໄພ ແລະ ມີປະສິດທິຜົນ ອັນຈະປະກອບສ່ວນໃນການອະນຸລັກຊັບພະຍາກອນປ່າໄມ້ ແລະ ຮັກສາສິ່ງແວດລ້ອມໃຫ້ຍືນຍົງ.

ກົມປ່າໄມ້ ຮ່ວມກັບ AFoCO ກຽມຈັດການຝຶກອົບຮົມຄູຝຶກດັບໄຟປ່າໃນເຂດຮ້ອນ ຄັ້ງທີ 5 ທີ່ເມືອງວັງວຽງ · ຮູບທີ 4

ຂ່າວໂດຍ: ກົມປ່າໄມ້

ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່