
ກອງທັບມຽນມາຖະຫຼົ່ມບ້ານແຫ່ງໜຶ່ງໃນລັດມອນ ເສຍຊີວິດ 5 ຄົນ ບາດເຈັບກວ່າ 30 ຄົນ

ກອງທັບມຽນມາເປີດການໂຈມຕີທາງອາກາດໃສ່ບ້ານແຫ່ງໜຶ່ງໃນເຂດຄວບຄຸມຂອງກຸ່ມຕິດອາວຸດຊົນເຜົ່າ ສົ່ງຜົນໃຫ້ປະຊາຊົນເສຍຊີວິດ 5 ຄົນ ແລະບາດເຈັບຫຼາຍກວ່າ 30 ຄົນ.

ວັນທີ 17 ພະຈິກ 2026 ກອງທັບມຽນມາໄດ້ເປີດປະຕິບັດການໂຈມຕີທາງອາກາດໃສ່ບ້ານແຫ່ງໜຶ່ງໃນເຂດຄວບຄຸມຂອງກຸ່ມຕິດອາວຸດຊົນເຜົ່າ ໂດຍເຮືອບິນທະຫານໄດ້ຖິ້ມລະເບີດໃສ່ບ້ານເຊຕ່າຍ ໃນເຂດເຢຊອງພະຢາ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງພັກລັດມອນໃໝ່ (New Mon State Party: NMSP) ເມື່ອວັນທີ 16 ພະຈິກຜ່ານມາ.
ລາຍງານລະບຸວ່າ ແຮງລະເບີດໄດ້ທຳລາຍເຮືອນຊານຂອງປະຊາຊົນໃນເຂດຊົນນະບົດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະບາດເຈັບຢ່າງໜ້ອຍ 32 ຄົນ. ພາບເຫດການເຜີຍໃຫ້ເຫັນປະຊາຊົນຊ່ວຍກັນນຳສົບຜູ້ເສຍຊີວິດຂຶ້ນລົດກະບະ ຫຼັງຈາກແຮງລະເບີດໄດ້ທຳລາຍອາຄານໄມ້ຫຼາຍຫຼັງ. ຂະນະທີ່ເຮືອນຊານ ແລະຄລີນິກປະຈຳບ້ານກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ.
ການໂຈມຕີຄັ້ງນີ້ເກີດຂຶ້ນຫຼັງຈາກກອງທັບມຽນມາໄດ້ໂຈມຕີທາງອາກາດ ແລະຍິງປືນໃຫຍ່ໃສ່ບ້ານອື່ນໆໃນເຂດດຽວກັນ ໃນຄືນກ່ອນໜ້ານັ້ນ.
ໂດຍເວລາປະມານ 23:30 ໂມງ ຂອງວັນທີ 15 ພະຈິກ ເຮືອບິນທະຫານໄດ້ຖິ້ມລະເບີດ 2 ໜ່ວຍໃສ່ບ້ານພະລັນ ເຮັດໃຫ້ຊາວບ້ານຜູ້ສູງອາຍຸ ເພດຍິງ ອາຍຸ 74 ປີ ເສຍຊີວິດຂະນະກຳລັງນອນຫຼັບຢູ່ພາຍໃນເຮືອນ.
ດ້ານມູນນິທິສິດທິມະນຸດແຫ່ງລັດມອນ (Human Rights Foundation of Monland: HURFOM) ລະບຸວ່າ ສະເກັດລະເບີດໜຶ່ງຊິ້ນໄດ້ທະລຸຫຼັງຄາເຮືອນ ກ່ອນຈະພຸ່ງເຂົ້າໃສ່ບໍລິເວນແອວ ແລະໜ້າທ້ອງຂອງຍິງຊະລາ ເຮັດໃຫ້ນາງເສຍຊີວິດຢູ່ພາຍໃນເຮືອນ. ນອກຈາກນີ້ ກອງທັບຍັງໄດ້ໃຊ້ເຮືອບິນຮຸ່ນ Y-12 ຖິ້ມລະເບີດຫຼາຍກວ່າ 20 ໜ່ວຍ ໂຈມຕີບ້ານພະລັນຊອງວາອີກ 2 ຄັ້ງ.
ທັງນີ້ ມຽນມາໄດ້ຕົກຢູ່ໃນສະພາວະສົງຄາມກາງເມືອງ ນັບຕັ້ງແຕ່ກອງທັບກໍ່ລັດຖະປະຫານໃນປີ 2021 ໂຄ່ນລົ້ມລັດຖະບານພົນລະເຮືອນຂອງ ອອງຊານ ຊູຈີ ຜູ້ນຳທີ່ມາຈາກການເລືອກຕັ້ງ. ເຫດການດັ່ງກ່າວໄດ້ກໍ່ໃຫ້ເກີດການປະທ້ວງ ແລະການປາບປາມຈາກກອງທັບ ກ່ອນທີ່ກຸ່ມຕິດອາວຸດຊົນເຜົ່າ ແລະກອງກຳລັງປະຊາຊົນໃນຫຼາຍພື້ນທີ່ ຈະຈັບອາວຸດຕໍ່ສູ້ກັບລັດຖະບານທະຫານຢ່າງຕໍ່ເນື່ອງ.
ຂະນະທີ່ພັກລັດມອນໃໝ່ ເຊິ່ງເປັນກຸ່ມທີ່ຄວບຄຸມເຂດທີ່ເກີດເຫດນັ້ນ ແມ່ນໜຶ່ງໃນກຸ່ມທີ່ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງທົ່ວປະເທດມຽນມາ (Nationwide Ceasefire Agreement: NCA).
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






