ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນັກດາລາສາດຄົ້ນພົບສັນຍານວິທະຍຸປິດສະໜາ ກະພິບທຸກໆ 8 ນາທີ ຈາກລະບົບດາວຄູ່ຫາຍາກ ຫ່າງຈາກໂລກກວ່າ 5,000 ປີແສງ

ໂດຍ Jenjila
· 4 ມື້ ກ່ອນອ່ານ 2 ນາທີ17 ຄັ້ງ
ນັກດາລາສາດຄົ້ນພົບສັນຍານວິທະຍຸປິດສະໜາ ກະພິບທຸກໆ 8 ນາທີ ຈາກລະບົບດາວຄູ່ຫາຍາກ ຫ່າງຈາກໂລກກວ່າ 5,000 ປີແສງ
ADadvertisement
ADadvertisement
ADadvertisement

ສັນຍານວິທະຍຸປິດສະໜາທີ່ປາກົດສະຫຼັບຕິດໆ ດັບໆ ໃນທຸກໆ 8 ນາທີ ຖືກລະບຸວ່າມີຕົ້ນກຳເນີດມາຈາກລະບົບດາວຄູ່ທີ່ຫາຍາກ ເຊິ່ງຢູ່ຫ່າງຈາກໂລກຫຼາຍກວ່າ 5,000 ປີແສງ ໂດຍການຄົ້ນພົບຄັ້ງນີ້ເປັນຜົນງານຂອງທີມນັກດາລາສາດຈາກມະຫາວິທະຍາໄລ Curtin ແລະ ສູນຄົ້ນຄວ້າດາລາສາດວິທະຍຸສາກົນ (ICRAR) ໃນປະເທດອົດສະຕຣາລີ.

ນັກດາລາສາດຄົ້ນພົບສັນຍານວິທະຍຸປິດສະໜາ ກະພິບທຸກໆ 8 ນາທີ ຈາກລະບົບດາວຄູ່ຫາຍາກ ຫ່າງຈາກໂລກກວ່າ 5,000 ປີແສງ

ພາບຈາກ: (ICRAR) 

ລະບົບດາວຄູ່ດັ່ງກ່າວມີຊື່ວ່າ GPM J071507−114153 ປະກອບດ້ວຍດາວແຄະຂາວ (White Dwarf) ເຊິ່ງເປັນແກນກາງທີ່ເຫຼືອຈາກດາວທີ່ໝົດອາຍຸໄຂ ແລະ ດາວອີກດວງໜຶ່ງປະເພດ G ທີ່ມີລັກສະນະຄ້າຍຄືດວງອາທິດ ຫຼື ທີ່ເອີ້ນວ່າດາວແຄະເຫຼືອງ (Yellow Dwarf).

ຈຸດທີ່ໜ້າສົນໃຈຄື ດາວແຄະຂາວໃນລະບົບນີ້ໝູນຮອບຕົວເອງປະມານທຸກໆ 8 ນາທີ ແລະ ປ່ອຍສັນຍານວິທະຍຸອອກມາເປັນຈັງຫວະ. ນັກວິທະຍາສາດລະບຸວ່າ ນີ້ເປັນຄັ້ງທຳອິດທີ່ສາມາດກວດພົບສັນຍານວິທະຍຸລັກສະນະນີ້ຈາກລະບົບດາວທີ່ມີດາວແຄະຂາວໂຄຈອນຮ່ວມກັບດາວປະເພດ G.

ນັກດາລາສາດຄົ້ນພົບສັນຍານວິທະຍຸປິດສະໜາ ກະພິບທຸກໆ 8 ນາທີ ຈາກລະບົບດາວຄູ່ຫາຍາກ ຫ່າງຈາກໂລກກວ່າ 5,000 ປີແສງ · ຮູບທີ 2

ລະບົບດາວທີ່ມີລັກສະນະພິເສດນີ້ ປະກອບດ້ວຍດາວແຄະຂາວປະເພດພັລຊາ (White Dwarf Pulsar) ທີ່ມີຂະໜາດນ້ອຍ ແຕ່ມີພະລັງງານສູງ ໂຄຈອນຮອບດາວອີກດວງໜຶ່ງທີ່ມີຂະໜາດໃຫຍ່ກວ່າ ແລະ ມີລັກສະນະຄ້າຍຄືດວງອາທິດ. ພາບຈາກ: (ICRAR) 

ດຣ. Sam McSweeney ນັກວິທະຍາສາດຜູ້ຄົ້ນພົບ ກ່າວວ່າ ສັນຍານທີ່ກວດພົບມີຄວາມຊັດເຈນຫຼາຍພໍທີ່ຈະສາມາດສັງເກດເຫັນດາວແຄະຂາວທີ່ກຳລັງໂຄຈອນຮອບດາວຄູ່ຂອງມັນໄດ້.

ເພື່ອຢືນຢັນການຄົ້ນພົບດັ່ງກ່າວ ທີມວິໄຈໄດ້ປະມວນຜົນຂໍ້ມູນຫຼາຍກວ່າ 100 ຊົ່ວໂມງ ໂດຍໃຊ້ລະບົບຊູເປີຄອມພິວເຕີທີ່ສູນຄົ້ນຄວ້າ Pawsey ໃນລັດ Western Australia. ການຄົ້ນພົບເລີ່ມຕົ້ນຈາກການໃຊ້ກ້ອງໂທລະທັດ Murchison Widefield Array ເພື່ອສຳຫຼວດທາງຊ້າງເຜືອກ ກ່ອນຈະໃຊ້ກ້ອງໂທລະທັດວິທະຍຸ MeerKAT ໃນປະເທດອາຟຣິກາໃຕ້ ເພື່ອກຳນົດຕຳແໜ່ງຂອງລະບົບດາວຄູ່ໃຫ້ແມ່ນຍຳຫຼາຍຂຶ້ນ.

ກ່ອນໜ້ານີ້ ນັກວິໄຈເຄີຍພົບລະບົບດາວບາງປະເພດທີ່ປ່ອຍສັນຍານວິທະຍຸໃນຮູບແບບຕິດໆ ດັບໆ ເປັນວົງຈອນຄ້າຍຄືກັນ ແຕ່ຍັງບໍ່ສາມາດລະບຸແຫຼ່ງກຳເນີດຂອງສັນຍານໄດ້ຢ່າງຊັດເຈນ. ການຄົ້ນພົບຄັ້ງນີ້ຈຶ່ງຖືເປັນກ້າວສຳຄັນໃນການສຶກສາປະກົດການສັນຍານວິທະຍຸຈາກຫ້ວງອະວະກາດ ແລະ ຊ່ວຍໃຫ້ນັກດາລາສາດເຂົ້າໃຈການປະຕິສຳພັນລະຫວ່າງດາວໃນລະບົບດາວຄູ່ໄດ້ດີຂຶ້ນ.

ທີ່ມາ: ICRAR

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່