
ອັງກິດ ລົງໂທດ 8 ບໍລິສັດ ທີ່ກ່ຽວຂ້ອງກັບ ການກໍ່ສ້າງ ຈຸດຕັ້ງຖິ່ນຖານ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ພະຈິກນີ້, ກະຊວງ ການຕ່າງປະເທດ ອັງກິດ ໄດ້ປະກາດ ລົງໂທດບໍລິສັດ ການກໍ່ສ້າງແລະ ບໍລິສັດ ອະສັງຫາລິມະຊັບ 8 ແຫ່ງ ທີ່ເຂົ້າຮ່ວມ ການຂະຫຍາຍ ຈຸດຕັ້ງຖິ່ນຖານ ຂອງອິດສະຣາແອນ ຢູ່ຝັ່ງຕາເວັນຕົກ ແມ່ນ້ຳຈໍແດນລວມທັງ ໜຶ່ງອົງການຈັດຕັ້ງ ທີ່ສະກັດກັ້ນ ການຂົນສົ່ງ ເຄື່ອງຊ່ວຍເຫລືອ ເຂົ້າສູ່ເຂດກາຊາ. 8 ບໍລິສັດ ທີ່ຖືກລົງໂທດ ໄດ້ເຂົ້າຮ່ວມການວາງແຜນ, ການກໍ່ສ້າງ ແລະການຕະຫລາດ ທີ່ຢູ່ອາໄສ ແລະພື້ນຖານໂຄງລ່າງ ສາທາລະນະ ຢູ່ຈຸດຕັ້ງຖິ່ນຖານ, ສ່ວນອົງການດັ່ງກ່າວ ເຄີຍປິດກັ້ນດ່ານຜ່ານແດນ, ທ່າກຳປັ່ນ ແລະຖະໜົນຫົນທາງ. ກະຊວງການຕ່າງປະເທດອັງກິດ ປະກາດວ່າ:ການກໍ່ສ້າງ ຈຸດຕັ້ງຖິ່ນຖານ ໄດ້ລະເມີດກົດໝາຍສາກົນ ຢ່າງເປີດແປນ, ການຂະຫຍາຍ ຈຸດຕັ້ງຖິ່ນຖານ ແລະການມີເຈດຕະນາ ສ້າງຄວາມແຕກແຍກ ໃນດິນແດນ ປາແລັດສະຕິນເປັນໄພຂົ່ມຂູ່ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ. “ແຜນການສອງປະເທດ” ຍັງແມ່ນທາງອອກ ພຽງໜຶ່ງດຽວ ໃນການຮັບປະກັນ ສັນຕິພາບ ແລະຄວາມໝັ້ນຄົງ ໄລຍະຍາວ ລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






