ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ກຽມສົ່ງຍານອະວະກາດບັນທຸກຄົນ “ເສີນໂຈ່ວ24” ຂຶ້ນສູ່ອະວະກາດ ໃນໄວໆນີ້

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ6 ຄັ້ງ
ສປ ຈີນ ກຽມສົ່ງຍານອະວະກາດບັນທຸກຄົນ “ເສີນໂຈ່ວ24” ຂຶ້ນສູ່ອະວະກາດ ໃນໄວໆນີ້
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ພະຈິກນີ້, ຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ 24” ແລະຈະຫລວດສົ່ງຍານ “ສາງເຈີ່ງ-2FY24” ໄດ້ຖືກຂົນສົ່ງໄປເຖິງ ເຂດຍິງສົ່ງ ຢູ່ສູນ ສົ່ງດາວທຽມ ຈິວສວນຈີນ, ແລະມີກຳນົດຈະຍິງຂຶ້ນສູ່ ອະວະກາດ ໃນໄວໆນີ້. ພາລະກິດ ການບິນອະວະກາດ ບັນທຸກຄົນ ຂອງຍານອະວະກາດ “ເສີນໂຈ່ວ24” ເປັນການບິນຮ່ວມ ຂອງນັກບິນ ອະວະ ກາດຈີນ ແລະ ຕ່າງປະເທດ ເປັນຄັ້ງທຳອິດ ຂອງ ສປ ຈີນ.ໃນໄລຍະປະຕິບັດພາລະກິດ, ນັກບິນອະວະກາດ ປາກິດສະຖານ ໃນນາມຊ່ຽວຊານ ດ້ານນ້ຳໜັກ ບັນທຸກພາຍຫລັງ ເຮັດສຳເລັດ ພາລະກິດ ປະຈຳ ຢູ່ເທິງສະຖານີ ອະວະກາດ ເປັນໄລຍະສັ້ນແລ້ວຈະກັບຄືນສູ່ໜ່ວຍໂລກ ດ້ວຍຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ23”. ປັດຈຸບັນ, ພື້ນຖານໂຄງລ່າງຕ່າງໆ ຢູ່ສະໜາມຍິງສົ່ງຢູ່ ໃນສະ ພາບທີ່ດີ, ແລະທີມງານ ໂຄງການການບິນ ອະວະກາດຈີນ ຈະດຳເນີນການກວດກາ ອຸປະກອນ, ການທົດສອບ ເຕັກນິກປະສົມ ແລະ ອື່ນໆ ຕາມແຜນການ ກ່ອນຍິງສົ່ງ ຍານອະວະກາດດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່