ປກສ ແຂວງຈຳປາສັກ ບຸກຈັບສະແກມເມີ ສັນຊາດຈີນ ໄດ້ 17 ຄົນ ຢູ່ເມືອງປາກຊ່ອງ

ໃນຄັ້ງວັນທີ 17 ພະຈິກ 2026 ເວລາ 08 ໂມງ ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ສົມທົບກັບເຈົ້າໜ້າທີ່ພະແນກສັນຕິບານ ປກສ ເມືອງປາກຊ່ອງ ຕາແສງເຊນ້ຳນ້ອຍ ແລະ ອຳຍາດການປົກຄອງບ້ານ ຕາໂອດ ເມືອງປາກຊ່ອງ ໄດ້ເຄື່ອນໄຫວກວດກາຈຸດພັກເຊົາຂອງຄົນຕ່າງປະເທດສາມາດພົບເຫັນ ຜູ້ທີ່ສົງໃສ່ເຄື່ອນໄຫວກໍ່ອາຊະຍາກຳທາງດ້ານອິນເຕີເນັດ ເປັນຄົນສັນຊາດຈີນ ຈຳນວນ 17ຄົນ ຍີງ 2ຄົນ ແລະໄດ້ກວດກາສະຖານທີ່ ດັ່ງກ່າວໄດ້ພົບເຫັນເຄື່ອງຂອງກາງ ປະກອບມີ: ຄອມພິວເຕີ້ຕັ້ງໂຕະ ຈໍານວນ 59 ໜ່ວຍ , ຄອມພີວເຕີ້ໂນດບຸກ ຈໍານວນ 02 ໜ່ວຍ, ໂທລະສັບ ຈໍານວນ 160 ໜ່ວຍ, ເຄື່ອງດູດສັນຍານ ສະຕາລິງ 05 ແຜ່ນ.

ບຸກຈັບສະແກມເມີ ສັນຊາດຈີນ ໄດ້ 17 ຄົນ ຢູ່ເມືອງປາກຊ່ອງ

ບຸກຈັບສະແກມເມີ ສັນຊາດຈີນ ໄດ້ 17 ຄົນ ຢູ່ເມືອງປາກຊ່ອງ

ບຸກຈັບສະແກມເມີ ສັນຊາດຈີນ ໄດ້ 17 ຄົນ ຢູ່ເມືອງປາກຊ່ອງ

ບຸກຈັບສະແກມເມີ ສັນຊາດຈີນ ໄດ້ 17 ຄົນ ຢູ່ເມືອງປາກຊ່ອງ
ສ່ວນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ວິຊາສະເພາະ.
ຂ່າວ: ປກສ ແຂວງຈຳປາສັກ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






