ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຕ້ອນຮັບ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ

ໂດຍ Jenjila
· 3 ມື້ ກ່ອນອ່ານ 3 ນາທີ9 ຄັ້ງ
ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຕ້ອນຮັບ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ
ADadvertisement
ADadvertisement
ADadvertisement

ທີ່ນະຄອນເຊິນເຈິ້ນ, ວັນທີ 18 ພະຈິກ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໄດ້ໃຫ້ການຕ້ອນຮັບທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ ເປົ່າອັນ ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ ໃນວັນພຸດ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຕ້ອນຮັບ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ

“ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໃຫ້ການຕ້ອນຮັບທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ ໃນນະຄອນເຊິນເຈິ້ນ ແຂວງກວາງຕຸ້ງ ປະເທດຈີນ ໃນວັນທີ 18 ພະຈິກ 2026.”

ທ່ານ ທຣຳ ເດີນທາງມາຍັງເມືອງເຊິນເຈິ້ນ ເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເອເປັກ (APEC) ຄັ້ງທີ 33 ເຊິ່ງກຳນົດຈັດຂຶ້ນໃນວັນທີ 18-19 ພະຈິກ.

ທ່າມກາງສຽງດົນຕີຕ້ອນຮັບ ທ່ານ ສີ ຈິ້ນຜິງ ແລະ ທ່ານ ທຣຳ ໄດ້ຈັບມືທັກທາຍກັນຢ່າງອົບອຸ່ນ. ກອງທະຫານກຽດຕິຍົດຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຢືນຖວາຍຄວາມເຄົາລົບ ພ້ອມທັງມີເດັກຍິງຄົນໜຶ່ງມອບຊໍ່ດອກໄມ້ໃຫ້ຜູ້ນຳສະຫະລັດ.

ທຸງຊາດຈີນ ແລະ ສະຫະລັດ ໄດ້ໂບກສະບັດຢູ່ກາງສາຍລົມ ຂະນະທີ່ວົງດົນຕີທະຫານບັນເລງເພງຊາດຂອງທັງສອງປະເທດ ແລະ ມີເຮືອບິນຮົບບິນຜ່ານເທິງທ້ອງຟ້າເພື່ອຖວາຍຄວາມເຄົາລົບ. ຜູ້ນຳຂອງທັງສອງປະເທດຍັງໄດ້ໂບກມືທັກທາຍປະຊາຊົນໜຸ່ມສາວທີ່ມາຢືນລໍຖ້າຕ້ອນຮັບ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຕ້ອນຮັບ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ · ຮູບທີ 2

“ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໃຫ້ການຕ້ອນຮັບທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ ໃນນະຄອນເຊິນເຈິ້ນ ແຂວງກວາງຕຸ້ງ ປະເທດຈີນ ໃນວັນທີ 18 ພະຈິກ 2026.”

ທ່ານ ສີ ຈິ້ນຜິງ ໄດ້ກ່າວຍ້ອນເຖິງການເດີນທາງໄປຢ້ຽມຢາມສະຫະລັດຢ່າງເປັນທາງການຂອງທ່ານ ໃນເດືອນກັນຍາປີນີ້ ເຊິ່ງໃນເວລານັ້ນ ຄູ່ສາມີພັນລະຍາປະທານາທິບໍດີສະຫະລັດ ໄດ້ເດີນທາງໄປຕ້ອນຮັບທ່ານດ້ວຍຕົນເອງທີ່ສະໜາມບິນ ພ້ອມຈັດພິທີຕ້ອນຮັບຢ່າງສົມກຽດ. ທ່ານກ່າວວ່າ ຈີນເປັນປະເທດທີ່ມີປະເພນີການມີມາລະຍາດ ແລະ ໃຫ້ຄວາມສຳຄັນຕໍ່ການຕອບແທນນ້ຳໃຈດ້ວຍນ້ຳໃຈ.

ທ່ານ ສີ ຈິ້ນຜິງ ໄດ້ກ່າວຕ້ອນຮັບທ່ານ ທຣຳ ທີ່ກັບມາຢ້ຽມຢາມຈີນອີກຄັ້ງ ແລະ ກ່າວວ່າ ທ່ານຫວັງວ່າຈະໄດ້ມີການແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກັບປະທານາທິບໍດີສະຫະລັດ ໃນບັນດາບັນຫາສຳຄັນທີ່ກ່ຽວຂ້ອງກັບສາຍພົວພັນສອງຝ່າຍ, ການຮ່ວມມືໃນພາກພື້ນເອເຊຍ-ປາຊີຟິກ ແລະ ສະຖານະການໂລກ. ເພື່ອຊຸກຍູ້ສາຍພົວພັນຈີນ-ສະຫະລັດ ໃຫ້ມີຄວາມສ້າງສັນ ແລະ ໝັ້ນຄົງໃນລະດັບຍຸດທະສາດ ໂດຍຕັ້ງຢູ່ບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ຄວາມເປັນທຳ ແລະ ການຕອບແທນຢ່າງເໝາະສົມ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ຕ້ອນຮັບ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ · ຮູບທີ 3

“ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໃຫ້ການຕ້ອນຮັບທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ທີ່ສະໜາມບິນນານາຊາດເຊິນເຈິ້ນ ໃນນະຄອນເຊິນເຈິ້ນ ແຂວງກວາງຕຸ້ງ ປະເທດຈີນ ໃນວັນທີ 18 ພະຈິກ 2026.”

ສ່ວນທ່ານ ທຣຳ ໄດ້ກ່າວຂອບໃຈທ່ານ ສີ ຈິ້ນຜິງ ທີ່ໃຫ້ກຽດໄປຕ້ອນຮັບທ່ານດ້ວຍຕົນເອງທີ່ສະໜາມບິນ ລວມທັງຂອບໃຈຝ່າຍຈີນສຳລັບການຈັດຕຽມພິເສດຕ່າງໆ. ທ່ານກ່າວວ່າ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມາຢ້ຽມຢາມຈີນອີກຄັ້ງ ໂດຍກ່າວຍ້ອງວ່າ ຈີນເປັນປະເທດທີ່ຍິ່ງໃຫຍ່ ແລະ ທ່ານ ສີ ຈິ້ນຜິງ ເປັນຜູ້ນຳທີ່ຍິ່ງໃຫຍ່.

ທ່ານ ທຣຳ ກ່າວວ່າ ການພົບປະກັບທ່ານ ສີ ຈິ້ນຜິງ ໃນແຕ່ລະຄັ້ງລ້ວນແຕ່ເປັນໄປຢ່າງດີ ແລະ ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະຊ່ວຍຍົກລະດັບສາຍພົວພັນສອງຝ່າຍໃຫ້ກ້າວໜ້າຍິ່ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງສົມບູນ.

ສຳນັກຂ່າງ: ຊິນຫົວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່