ເຈົ້າໜ້າທີ່ບຸກກັກຕົວກຸ່ມສໍ້ໂກງຊັບທາງອິນເຕີເນັດ ສັນຊາດເກົາຫຼີໃຕ້ 5 ຄົນ ຢູ່ບ້ານໂພນປ່າເປົ້າ
K
ໂດຍ kaling
· 4 ມື້ ກ່ອນອ່ານ 1 ນາທີ28 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:45

ໃນວັນທີ 17 ພະຈິກ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະຕິບັດການມ້າງກຸ່ມກໍ່ອາຊະຍະກໍາທາງອິນເນັດ ຢູ່ເຮືອນໃຫ້ເຊົ່າ ເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 5 ຄົນ ເປັນຄົນສັນຊາດ ເກົາຫຼີໃຕ້ ( ສ ເກົາຫຼີ ).
ພ້ອມຢຶດເຄື່ອງຂອງກາງທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ມີ ຄອມພິວເຕີຕັ້ງໂຕະ 14 ເຄື່ອງ, ຄອມພິວເຕີໂນດບຸກ 7 ໜ່ວຍ, ແທັບເລັດ 2 ເຄື່ອງ, ໂທລະສັບມືຖື 10 ເຄື່ອງ ແລະ ຢາສູບໄຟຟ້າ 49 ອັນ.
ທີ່ມາ: ຄວາມສະຫງົບ Lao Security News











ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 44 ຄັ້ງຖືກໃຈ 32 ຄັ້ງ
mahaxan.com/27362
ອ່ານຕໍ່






