ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສາມຜູ້ນຳມະຫາອຳນາດ ສະຫະລັດ-ຈີນ-ຣັດເຊຍ ມີກຳນົດປະຊຸມຮ່ວມກັນທີ່ເມືອງ ເຊີນເຈີ້ນ ໃນຂອບເວທີ APEC.

ໂດຍ Jenjila
· 3 ມື້ ກ່ອນອ່ານ 2 ນາທີ11 ຄັ້ງ
ສາມຜູ້ນຳມະຫາອຳນາດ ສະຫະລັດ-ຈີນ-ຣັດເຊຍ ມີກຳນົດປະຊຸມຮ່ວມກັນທີ່ເມືອງ ເຊີນເຈີ້ນ ໃນຂອບເວທີ APEC.
ADadvertisement
ADadvertisement
ADadvertisement

ໃນວັນທີ 18 ພະຈິກ 2026 ສຳນັກຂ່າວຕ່າງປະເທດລາຍງານ: ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ມີກຳນົດພົບປະຫາລືສອງຝ່າຍກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ປະເທດຈີນ ໃນວັນພະຫັດນີ້ ນອກເໜືອຈາກການປະຊຸມສາມຝ່າຍຮ່ວມກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຕາມການເປີດເຜີຍຂອງເຈົ້າໜ້າທີ່ສະຫະລັດ ແລະ ຣັດເຊຍ.

ສາມຜູ້ນຳມະຫາອຳນາດ ສະຫະລັດ-ຈີນ-ຣັດເຊຍ ມີກຳນົດປະຊຸມຮ່ວມກັນທີ່ເມືອງ ເຊີນເຈີ້ນ ໃນຂອບເວທີ APEC.

ການພົບປະດັ່ງກ່າວເກີດຂຶ້ນ ໃນຂະນະທີ່ຄະນະທູດພິເສດຂອງທ່ານ ທຣຳ ກຳລັງເພີ່ມຄວາມພະຍາຍາມທາງການທູດ ເພື່ອຊອກຫາທາງຍຸຕິສົງຄາມຣັດເຊຍ-ຢູເຄຣນ ໂດຍການຫາລືຍັງມີການປະສານກັບບັນດາຜູ້ນຳເອີຣົບ ໃນປະເດັນການຮັບປະກັນຄວາມໝັ້ນຄົງຫຼັງສົງຄາມ ແລະ ແຜນການຟື້ນຟູເສດຖະກິດ.

ຢ່າງໃດກໍຕາມ ສຳນັກຂ່າວ Interfax ຂອງຣັດເຊຍ ລາຍງານໂດຍອ້າງຄຳກ່າວຂອງທ່ານ ດມິຕຣີ ເປສຄອຟ ໂຄສົກວັງເຄຣມລິນວ່າ ການພົບປະລະຫວ່າງທ່ານ ທຣຳ ແລະ ທ່ານ ປູຕິນ ໃນຄັ້ງນີ້ ຈະບໍ່ແມ່ນການເຈລະຈາສອງຝ່າຍແບບເຕັມຮູບແບບ ໃນລະຫວ່າງກອງປະຊຸມສຸດຍອດ APEC ທີ່ເມືອງເຊີນເຈີ້ນ. ຂະນະທີ່ເຈົ້າໜ້າທີ່ສະຫະລັດກໍໄດ້ຢືນຢັນແຜນການພົບປະນີ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ.

ສາມຜູ້ນຳມະຫາອຳນາດ ສະຫະລັດ-ຈີນ-ຣັດເຊຍ ມີກຳນົດປະຊຸມຮ່ວມກັນທີ່ເມືອງ ເຊີນເຈີ້ນ ໃນຂອບເວທີ APEC. · ຮູບທີ 2

ກ່ອນໜ້ານີ້ ໃນວັນພຸດ ທີ່ເມືອງເຊີນເຈີ້ນ ທ່ານ ທຣຳ ແລະ ທ່ານ ປູຕິນ ໄດ້ພົບປະກັນໃນຊ່ວງຖ່າຍຮູບຮ່ວມກັບບັນດາຜູ້ນຳ ໂດຍທັງສອງໄດ້ຈັບມືທັກທາຍກັນຢ່າງສັ້ນໆ ແລະ ແລກປ່ຽນຄຳເວົ້າກັນພຽງສອງສາມຄຳ ຂະນະທີ່ຢືນຢູ່ຄົນລະຂ້າງຂອງທ່ານ ສີ ຈິ້ນຜິງ ເຈົ້າພາບການປະຊຸມ ແລະ ພັນລະຍາຂອງທ່ານ. ສຳນັກຂ່າວອິນເຕີແຟັກສ໌ ລະບຸວ່າ ການພົບກັນໃນຄັ້ງນັ້ນ ບໍ່ໄດ້ມີການສົນທະນາໃນປະເດັນສຳຄັນໃດໆ.

ດ້ານທ່ານ ຢູຣີ ອູຊາຄອຟ ທີ່ປຶກສາດ້ານນະໂຍບາຍຕ່າງປະເທດຂອງວັງເຄຣມລິນ ກ່າວວ່າ ການພົບປະລະຫວ່າງທ່ານ ປູຕິນ ແລະ ທ່ານ ທຣຳ ຈະຈັດຂຶ້ນພາຍຫຼັງການປະຊຸມໃຫຍ່ (Plenary Session) ຂອງ (APECAsia-Pacific Economic Cooperation ກອງປະຊຸມຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ). ໂດຍຄາດວ່າຈະມີຕົວແທນຈາກຄະນະຜູ້ແທນຂອງທັງສອງປະເທດເຂົ້າຮ່ວມຫຼາຍຄົນ.

ທັງນີ້ ການພົບປະດັ່ງກ່າວ ຍັງຖືກຈັບຕາວ່າຈະມີຄວາມຄືບໜ້າໃນປະເດັນການຢຸດຕິສົງຄາມໃນຢູເຄຣນ ແລະ ການວາງຫຼັກປະກັນຄວາມໝັ້ນຄົງຫຼັງສົງຄາມ ຫຼື ບໍ່.

ທີ່ມາ: ຣອຍເຕີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່