
ພົບຊົນເຜົ່າກາງປ່າອາເມຊອນ ແຍກຕົວຈາກໂລກພາຍນອກ ກັງວົນສ່ຽງໂລກລະບາດ-ບຸກລຸກພື້ນທີ່ປ່າ

ພົບຊົນເຜົ່າ ອາວາ ທີ່ແຍກຕົວຈາກໂລກພາຍນອກ ປະກົດຕົວໃກ້ຊຸມຊົນຊົນພື້ນເມືອງໃນບຣາຊິນ ຫຼັງຈາກໃຊ້ຊີວິດຢູ່ໃນປ່າອາເມຊອນແຍກຕົວຈາກໂລກພາຍນອກ ຜູ້ຊ່ຽວຊານກັງວົນເລື່ອງຄວາມປອດໄພ, ສຸຂະພາບ ແລະ ການບຸກລຸກພື້ນທີ່ປ່າ.
ວັນທີ 18 ພະຈິກ 2026, ກະຊວງກິດຈະການຊົນພື້ນເມືອງຂອງບຣາຊິນ ເປີດເຜີຍວ່າ ໄດ້ເລັ່ງດູແລ ແລະ ຄຸ້ມຄອງຊົນເຜົ່າອາວາ ເຊິ່ງໃຊ້ຊີວິດໃນປ່າອາເມຊອນຕັດຂາດຈາກໂລກພາຍນອກ ຫຼັງສະມາຊິກຊົນເຜົ່າປະມານ 20 ຄົນ ອອກມາປະກົດຕົວໃກ້ຊຸມຊົນຊົນພື້ນເມືອງກົວຈາຈາຣາ ໃນເຂດຊົນພື້ນເມືອງອາຣາຣິໂບຢາ ລັດມາຣັນເຢົາ ທາງຕາເວັນອອກສຽງເໜືອຂອງປະເທດ ສ້າງຄວາມກັງວົນກ່ຽວກັບຄວາມປອດໄພ ແລະ ຄວາມສ່ຽງດ້ານສຸຂະພາບຂອງກຸ່ມຊົນເຜົ່ານີ້.

ທາງການບຣາຊິນລະບຸວ່າ ເຫດການທີ່ມີຄົນພົບສະມາຊິກຊົນເຜົ່າອາວາ ເລີ່ມຂຶ້ນເມື່ອວັນຈັນທີ່ຜ່ານມາ ໂດຍຂໍ້ມູນເບື້ອງຕົ້ນພົບວ່າມີສະມາຊິກຊົນເຜົ່າອາວາປະມານ 20 ຄົນ ຍ່າງເຂົ້າໄປໃນບໍລິເວນໃກ້ຈຸດຄວບຄຸມການເຂົ້າເຖິງພື້ນທີ່ຂອງລັດຖະບານ ແລະ ບ້ານທາວາຣີຂອງຊົນເຜົ່າກົວຈາຈາຣາ ຂະນະທີ່ເຈົ້າໜ້າທີ່ກຳລັງກວດສອບສະຖານະການ.
ລາຍງານຂ່າວລະບຸວ່າ ຈາກພາບວິດີໂອທີ່ສະມາຊິກຊຸມຊົນກົວຈາຈາຣາບັນທຶກໄວ້ ແລະ ເຜີຍແຜ່ໂດຍອົງການ ເຊີໄວວໍ ອິນເຕີເນຊັນແນລ ສະແດງໃຫ້ເຫັນຜູ້ໃຫຍ່ ແລະ ເດັກຊົນເຜົ່າອາວາລວມຕົວກັນຢູ່ທ່າມກາງພືດພັນໜາທຶບ ບາງຄົນຖືຄັນທະນູ ແລະ ລູກສອນ ສວມເຄື່ອງປະດັບຫົວຈາກຂົນນົກ ແລະ ສາຍຄໍ ຂະນະທີ່ບາງຄົນບໍ່ໄດ້ນຸ່ງເຄື່ອງ.
ຢ່າງໃດກໍຕາມ, ສາເຫດທີ່ຊົນເຜົ່າອາວາປະກົດຕົວໃກ້ຊຸມຊົນອື່ນຍັງບໍ່ທັນເປັນທີ່ແນ່ນອນ ແຕ່ທາງອົງການ ເຊີໄວວໍ ອິນເຕີເນຊັນແນລ ລະບຸວ່າ ພວກເຂົາໜ້າຈະເຂົ້າໄປພົບເຈົ້າໜ້າທີ່ລັດຖະບານເພື່ອຂໍມັນຕົ້ນ ກ່ອນນຳກັບເຂົ້າໄປໃນປ່າ. ທັງນີ້, ຊົນເຜົ່າອາວາໃຊ້ຊີວິດດ້ວຍການລ່າສັດ, ຕົກປາ ແລະ ເກັບຫາອາຫານ ໂດຍຫຼີກລ່ຽງການຕິດຕໍ່ກັບບຸກຄົນພາຍນອກມາເປັນເວລາຫຼາຍສິບປີ.
ທາງການບຣາຊິນລະບຸວ່າ ຊົນເຜົ່າອາວາຢູ່ໃນຖານຂໍ້ມູນກຸ່ມຊົນພື້ນເມືອງທີ່ແຍກຕົວຈາກພາຍນອກຢ່າງເປັນທາງການແລ້ວ ແລະ ຢູ່ພາຍໃຕ້ການຕິດຕາມຂອງທີມຄຸ້ມຄອງສະເພາະທາງຈາກ ຟູໄນ ເຊິ່ງເປັນໜ່ວຍງານກິດຈະການຊົນພື້ນເມືອງຂອງລັດຖະບານກາງ. ຂະນະນີ້ເຈົ້າໜ້າທີ່ຟູໄນ ແລະ ບຸກຄະລາກອນດ້ານສາທາລະນະສຸກສຳລັບຊົນພື້ນເມືອງໄດ້ລົງພື້ນທີ່ ພ້ອມເປີດກົນໄກປະສານງານສຸກເສີນເພື່ອປະເມີນຄວາມສ່ຽງຈາກການຕິດຕໍ່ ແລະ ບັນຫາສຸຂະພາບທີ່ອາດເກີດຂຶ້ນ.
ອົງການ ເຊີໄວວໍ ອິນເຕີເນຊັນແນລ ເຄີຍປະເມີນວ່າ ຍັງມີຊົນເຜົ່າອາວາປະມານ 100 ຄົນທີ່ບໍ່ເຄີຍຕິດຕໍ່ກັບບຸກຄົນພາຍນອກ ຂະນະທີ່ສະມາຊິກຊົນເຜົ່າອາວາອີກສ່ວນໜຶ່ງອາໄສຢູ່ໃນບ້ານທີ່ຕັ້ງຖິ່ນຖານ ແລະ ຕິດຕໍ່ກັບໂລກພາຍນອກແລ້ວ. ຂະນະທີ່ຜູ້ຊ່ຽວຊານກັງວົນວ່າ ຊົນເຜົ່າທີ່ແຍກຕົວຈາກສັງຄົມພາຍນອກອາດສ່ຽງຕໍ່ໂລກຕິດເຊື້ອເປັນພິເສດ ເນື່ອງຈາກມີໂອກາດສຳຜັດເຊື້ອໂລກທີ່ແຜ່ຫຼາຍໃນປະຊາກອນທົ່ວໄປຂ້ອນຂ້າງຈຳກັດ. ຂະນະດຽວກັນ, ພື້ນທີ່ປ່າທີ່ພວກເຂົາອາໄສຢູ່ຍັງປະເຊີນການຕັດໄມ້, ລ່າສັດຜິດກົດໝາຍ ແລະ ການບຸກລຸກຮູບແບບອື່ນ.
ຂະນະທີ່ ກະຊວງກິດຈະການຊົນພື້ນເມືອງຢ້ຳວ່າ ນະໂຍບາຍຂອງລັດຖະບານບໍ່ແມ່ນການສົ່ງເສີມໃຫ້ເກີດການຕິດຕໍ່ກັບຊົນເຜົ່າອາວາ ແຕ່ເປັນການຄຸ້ມຄອງສິດໃນການໃຊ້ຊີວິດຢ່າງໂດດດ່ຽວ ແລະ ເປີດໂອກາດໃຫ້ພວກເຂົາຕັດສິນໃຈດ້ວຍຕົນເອງວ່າຈະຕິດຕໍ່ກັບບຸກຄົນພາຍນອກຫຼືບໍ່ ພ້ອມເຕືອນວ່າການພົບປະພຽງຊ່ວງສັ້ນໆ ບໍ່ໄດ້ໝາຍຄວາມວ່າຊົນເຜົ່ານີ້ລະຖິ້ມວິຖີຊີວິດເດີມ ຫຼື ຕ້ອງການຕິດຕໍ່ກັບໂລກພາຍນອກຢ່າງຖາວອນ.
ແຫຼ່ງຂ່າວ: BBC
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






