ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະລົງຕິດຕາມໂຄງການກໍ່ສ້າງ ທາງດ່ວນ ວຽງຈັນ – ຮ່າໂນ້ຍ.

ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ
ໃນວັນທີ 19 ພະຈິກ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໂດຍມີ ທ່ານ ພົນຕີ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ທ່ານ ປອ ເຂີງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກ, ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄໍາໄຊ,ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານອົງການກວດກາແຫ່ງລັດ, ທ່ານ ບຸນເລີດ ເທບວົງສາ ຮອງປະທານ ອົງການກວດສອບ ພ້ອມດ້ວຍຄະນະນໍາຈາກກະຊວງ ຍທຂ, ກະຊວງ ກະສິກໍາ ແລະ ສິງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ
ໂຄງການກໍ່ສ້າງ ທາງດ່ວນ ວຽງຈັນ – ຮ່າໂນ້ຍ ລວງຍາວ 203.8 ກີໂລແມັດ, ກວມເອົາ 28 ບ້ານໃນ 4 ຕົວເມືອງ ຂອງແຂວງ ບໍລິຄໍາໄຊ ປັດຈຸບັນ ມີຄວາມຄືບໜ້າ:
ການລົງຕິດຕາມຄັ້ງນີ້ ເພື່ອກວດກາຊຸກຍູ້ໂຄງການ ຕິດຕາມ ຄວາມຄືບໜ້າ ຜົນສໍາເລັດ ຂໍ້ສະດວກ ຂໍ້ຫຍຸງຍາກຂອງໂຄງການ ເພື່ອແນໃສ່ຊຸກຍູ້ສົ່ງເສີມ ໃຫ້ໂຄງການ ສໍາເລັດຕາມສັນຍາ ເຊິ່ງຜ່ານການລົງຕິດຕາມ ເຫັນໄດ້ ການສຸມທຶນຮອນ, ກົນຈັກ, ພາຫະນະ ເຂົ້າໃສ່ໂຄງການດັ່ງກ່າວຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີສິ່ງທ້າທາຍ ເພື່ອເຮັດໃຫ້ໂຄງການ ໄດ້ດໍາເນີນສືບຕໍ່ໄປຕາມແຜນການ

ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ
ທ່ານ ວິໄຊ ພູມີ ຫົວໜ້າພະແນກ ໂຍທາທິິການ ແລະ ຂົນສົ່ງແຂວງ ບໍລິຄໍາໄຊ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍຊ່ວງທີ່ 2, ແຕ່ເມືອງປາກຊັນ ຫາ ຊາຍແດນ ລາວ-ຫວຽດນາມ.
ທາງດ່ວນຊ່ວງທີ 2 ມີຈຸດເລີ່ມຕົ້ນຢູ່ ກີໂລແມັດ 0+000 (ບ້ານທົ່ງໃຫຍ່ເມືອງປາກຊັນ) ຫາ ຊາຍແດນລາວ-ຫວຽດນາມ (ແທ້ງຖຸຍ), ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ. ມີລວງຍາວປະມານ 203.8 ກີໂລແມັດ, ກວມເອົາ 4 ຕົວເມືອງ, ມີ 28 ບ້ານ (ເມືອງປາກຊັນ, ເມືອງບໍລິຄັນ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ).
ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ວຽກການກໍ່ສ້າງ ມີຄວາມຄືບໜ້າພໍສົມຄວນ (ຍັງບໍ່ສາມາດສະຫລຸບບໍລິມາດແລະຄິດໄລ່ເປັນເປີເຊັນຄວາມຄືບໜ້າໄດ້)

ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ

ກະຊວງໂຍທາທິການ ແລະ ຂົນສົ່ງ ນຳຄະນະລົງພື້ນທີ່ ຕິດຕາມ-ກວດກາ ຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ





ຂ່າວ: ກະຊວງ ໂຍທາທິການ ແລະ ຂົນສົ່ງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






