
ຍານອະວະກາດຂອງ ນາຊ່າ (NASA) ຄົ້ນພົບຂຸມອຸກກາບາດຂະໜາດໃຫຍ່ແຫ່ງໃໝ່ເທິງດວງຈັນ

ອົງການບໍລິຫານການບິນ ແລະອະວະກາດແຫ່ງຊາດສະຫະລັດ (NASA) ເປີດເຜີຍການຄົ້ນພົບຂຸມອຸກກາບາດຂະໜາດໃຫຍ່ແຫ່ງໃໝ່ເທິງດວງຈັນ ຊຶ່ງມີຄວາມກວ້າງປະມານ 222 ແມັດ ແລະເລິກສູງສຸດປະມານ 43 ແມັດ ໂດຍຂຸມດັ່ງກ່າວມີຊື່ວ່າ “McGetchin Crater” ຖືເປັນຂຸມອຸກກາບາດທີ່ເກີດຂຶ້ນໃໝ່ ແລະມີຂະໜາດໃຫຍ່ທີ່ສຸດທີ່ຄົ້ນພົບໃນຊ່ວງການສຳຫຼວດຂອງຍານ Lunar Reconnaissance Orbiter (LRO).

ການຄົ້ນພົບຄັ້ງນີ້ຖືກປະກາດເມື່ອວັນທີ 16 ກັນຍາ 2026 ໂດຍທີມນັກວິໄຈທີ່ສຶກສາຂໍ້ມູນຈາກຍານ LRO ຂອງ NASA ເຊິ່ງໂຄຈອນສຳຫຼວດດວງຈັນມາຕັ້ງແຕ່ປີ 2009. ນັກວິທະຍາສາດໄດ້ຄົ້ນພົບຂຸມນີ້ຈາກການປຽບທຽບພາບຖ່າຍພື້ນຜິວດວງຈັນໃນຊ່ວງເວລາທີ່ແຕກຕ່າງກັນ ເພື່ອກວດຫາການປ່ຽນແປງຂອງພື້ນຜິວ.
ຈຸດເລີ່ມຕົ້ນຂອງການຄົ້ນພົບເກີດຂຶ້ນໃນວັນທີ 24 ຕຸລາ 2025 ເມື່ອ Robert Wagner ນັກວິເຄາະຮູບພາບຂອງທີມງານ LRO ສັງເກດເຫັນຈຸດສະຫວ່າງຜິດປົກກະຕິ ທີ່ມີວົງຮອບສີເຂັ້ມໃນພາບຖ່າຍດວງຈັນ. ຫຼັງຈາກກວດສອບຢ່າງລະອຽດ ພົບວ່າມັນເປັນຮ່ອງຮອຍຂອງການພຸ່ງຊົນຂອງວັດຖຸຈາກອະວະກາດ ທີ່ສ້າງຂຸມຂະໜາດໃຫຍ່ເທິງພື້ນຜິວດວງຈັນ.
ນັກວິໄຈຄາດວ່າ ຂຸມ McGetchin ເກີດຈາກການພຸ່ງຊົນຂອງຊິ້ນສ່ວນດາວເຄາະນ້ອຍ ຫຼືດາວຫາງ ໃນຊ່ວງລະຫວ່າງວັນທີ 11 ເມສາ ຫາ 22 ພຶດສະພາ 2024. ວັດຖຸທີ່ພຸ່ງຊົນອາດມີຂະໜາດໃກ້ຄຽງອາຄານສູງ 3-6 ຊັ້ນ ແລະສ້າງແຮງກະແທກທີ່ຮຸນແຮງຈົນດີດເອົາຝຸ່ນ ແລະກ້ອນຫີນຈາກພື້ນຜິວດວງຈັນກະຈາຍອອກໄປໄກກວ່າ 100 ກິໂລແມັດ.

ສິ່ງທີ່ໜ້າສົນໃຈຄື ນັກວິທະຍາສາດປະເມີນວ່າ ການພຸ່ງຕຳກະທົບທີ່ສາມາດສ້າງຂຸມຂະໜາດໃຫຍ່ເຖິງລະດັບນີ້ ອາດເກີດຂຶ້ນພຽງປະມານ 1 ຄັ້ງໃນຮອບ 130 ປີ ເທິງດວງຈັນ. ນອກຈາກນີ້ ຂຸມດັ່ງກ່າວຍັງມີສະພາບຄ່ອນຂ້າງໃໝ່ ເຮັດໃຫ້ນັກວິໄຈສາມາດສຶກສາຮ່ອງຮອຍການພຸ່ງຊົນ ແລະການກະຈາຍຕົວຂອງວັດຖຸເທິງພື້ນຜິວດວງຈັນໄດ້ຢ່າງລະອຽດ.
ຂຸມນີ້ຖືກຕັ້ງຊື່ວ່າ ຂຸມແມັກເກັດຊິນ (McGetchin). ເພື່ອເປັນກຽດແກ່ ທອມັສ ແມັກເກັດຊິນ (Thomas McGetchin) ນັກວິທະຍາສາດດ້ານດວງຈັນ ແລະດາວເຄາະ ຜູ້ທີ່ເຄີຍມີບົດບາດສຳຄັນໃນການສຶກສາວິທະຍາສາດດ້ານດວງຈັນ.
ການຄົ້ນພົບຄັ້ງນີ້ຖືເປັນຂໍ້ມູນສຳຄັນສຳລັບການສຶກສາພື້ນຜິວດວງຈັນ ໂດຍສະເພາະການປະເມີນຄວາມສ່ຽງຈາກວັດຖຸອະວະກາດທີ່ພຸ່ງຊົນ ແລະຝຸ່ນຫີນທີ່ກະຈາຍອອກມາ. ຂໍ້ມູນເຫຼົ່ານີ້ອາດຊ່ວຍໃຫ້ ອົງກອນ ນາຊ່າ (NASA) ວາງແຜນການສ້າງຖານປະຕິບັດການຂອງນັກບິນອະວະກາດເທິງດວງຈັນໃນອະນາຄົດໄດ້ປອດໄພຫຼາຍຂຶ້ນ.
ແຫຼ່ງຂ່າວອ້າງອີງ:
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






