
ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາ

ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 18 ພະຈິກ, ຢູ່ນະຄອນຫລວງ ມະນີລາ ຂອງຟີລິບປິນ, ໃນຂອບເຂດ ກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47 (AIPA-47), ໄດ້ຈັດວາລະປະຊຸມຄົບຄະນະ ຄັ້ງທີໜຶ່ງ ໂດຍທ່ານ Faustino “Bojie” G. Dy III, ປະທານຕ່ຳ ຟີລິບປິນ, ປະທານ AIPA-47 ເປັນປະທານ. ທ່ານ ເຈິ່ນແທງເໝີ້ນ ປະທານ ສະພາ ແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະມີບົດກ່າວປາໄສສຳຄັນ. ໃນບົດກ່າວປາໄສ ທີ່ວາລະປະຊຸມຄົບຄະນະ, ທ່ານ ເຈິ່ນ ແທງເໝີ້ນ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ ຫົວຂໍ້ ລັດຖະສະພາ ຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນ ເປັນໃຈກາງ”ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງ ຂອງບັນດາອົງການ ນິຕິບັນຍັດໃນການປະຕິບັດ ການຫັນຄວາມຄາດຫວັງ ໃຫ້ປະກົດຜົນເປັນຈິງແລະ ບັນດາເສົາຄ້ຳຍຸດທະສາດຂອງ ອາຊຽນເມື່ອກ້າວເຂົ້າສູ່ໄລຍະຜັນຂະຫຍາຍການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ເພື່ອຫັນບັນດາຫົວຂໍ້ຂອງ AIPA-47 ໃຫ້ປະກົດຜົນເປັນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແບ່ງປັນວ່າ:“ລັດຖະສະພາ ບັນດາປະເທດ ຕ້ອງນຳໜ້າ ໃນການສ້າງລະບອບ ລະບຽບການ ໃຫ້ສົມບູນແບບ, ປັບປຸງກົດໝາຍໃຫ້ສອດຄ່ອງ ເພື່ອລົບລ້າງຮົ້ວກີດຂວາງ ດ້ານການຄ້າ, ຊຸກຍູ້ການເຊື່ອມຕໍ່ ເສດຖະກິດພາຍໃນກຸ່ມ ແລະ ເຊື່ອມຕໍ່ລະບົບສະໜອງ. ພິເສດ, ຕ້ອງໃຫ້ບຸລິມະສິດສ້າງຂອບນິຕິກຳ ໃຫ້ແກ່ ບັນດາກຳລັງໜູນ ການເຕີບໂຕໃໝ່, ຮັບປະກັນວ່າ ບໍ່ມີປະເທດໃດ ຖືກປະໄວ້ຢູ່ທາງຫລັງ. ຖືປະຊາຊົນເປັນໃຈກາງໃນທຸກຄຳຕັດສິນລັດຖະສະພາ.”ກ່ອນໜ້ານັ້ນ, ໃນວາລະເປີດຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ AIPA ໄດ້ຈັດພິທີຮັບເອົາ ລັດຖະສະພາແຫ່ງຊາດ ຕີມໍແລສເຕ ເຂົ້າເປັນສະມາຊິກ ທາງການຂອງ AIPA./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






