ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ນຳ ສປ ຈີນ-ລັດເຊຍ-ສ.ອາເມລິກາ ພົບປະກັນສາມຝ່າຍ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ4 ຄັ້ງ
ຜູ້ນຳ ສປ ຈີນ-ລັດເຊຍ-ສ.ອາເມລິກາ ພົບປະກັນສາມຝ່າຍ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ ສີ ​ຈິ້​ນ​ຜິງປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ​ ສີ ​ຈິ້ນ​ຜິງ​ ຊີ້ໃຫ້​ເຫັນ​ວ່າ:ຜູ້​ນຳ​ສູງ​ສຸດ​ຂອງ ສປ ​ຈີນ,ລັດ​ເຊຍແລະ ສ.ອາ​ເມ​ກາ ​ໄດ້​ພົບ​ປະ​ກັນ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ປະ​ຫວັດ​ສາດເຊິ່ງ​ມີ​ຄວາມ​ໝາຍສຳ​ຄັນ​ຍິ່ງ. ທ່ານ ​ສີ ​ຈິ້ນ​ຜິງ ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ​: ສັນ​ຕິ​ພາບ ​ແມ່ນ​ຄວາມ​ປາດ​ຖະ​ໜາ​ຖາ​ວອນ​ ຂອງ​ສັງ​ຄົມ​ມະ​ນຸດ.ປະ​ຫວັດ​ສາດ ບອກ​ໃຫ້​ຮູ້​ວ່າເມື່ອປະ​ເທດ​ໃຫຍ່​ປອງດອງ​ກັນ, ທົ່ວ​ໂລກ​ ຈະ​ມີ​ຄວາມ​ສະ​ຫງົບ​ສຸກ; ປະ​ເທດ​ໃຫຍ່​ ປະ​ທະ​ກັນ, ທົ່ວ​ໂລກ ​ຈະ​ຕົກ​​ຢູ່ໃນ​ຄວາມ​ວຸ້ນ​ວາຍ.ປະ​ຫວັດ​ສາດ ​ເປັນ​ປຶ້ມ​​ແບບ​ຮຽນ​ທີ່​ດີ​ທີ່​ສຸດ.ພວກ​ເຮົາ​ຄວນ​ຈົດ​ຈຳ ​ປະ​ຫວັດ​ສາດ, ຖື​ປະ​ຫວັດ​ສາດ ​ເປັນ​​ແວ່ນແຍງ ​ແລະ ບຸກ​ເບີກ​ອະ​ນາ​ຄົດ. ທ່ານ ​ສີ ​ຈິ້ນ​ຜິງ ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ການ​ແລກ​ປ່ຽນ ​ໃນ​ທາງບວກ​ ລະ​ຫວ່າງ​ ປະ​ເທດ​ໃຫຍ່ ​ບໍ່​ແມ່ນ​ບົດ​ສອບ​ເສັງ​ທີ່​ໃຫ້​ເລືອກ​ຂໍ້​ໃດ​ຂໍ້​ໜຶ່ງ, ແຕ່​ແມ່ນ​ຄຳ​ຖາມ​ທີ່​ຕ້ອງ​ຕອບ.ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຖາ​ວອນ​​ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສປ ຈີນ,ລັດ​ເຊຍ ແລະ ສ.ອາ​ເມ​ລິກາ​ ຄວນ​ເປັນ​ແບບ​ຢ່າງ​ທີ່​ດີ, ຮ່ວມ​ມື​ກັນ ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​​ທົ່ວ​ໂລກ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ ​​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ປະ​ກອບ​ສ່ວນ​ໃຫຍ່ຫລວງກວ່າ​ເກົ່າ ​ເຂົ້າ​ໃນ​ຄວາມ​ກ້າວ​ໜ້າ​ ຂອງມວນ​ມະ​ນຸດ. ທ່ານ ສີ ​ຈິ້ນ​ຜິງ​ ໄດ້​ສະ​ເໜີ​ 4 ຂໍ້​ກ່ຽວ​ກັບ ​ວິ​ທີ​ທີ່ປະ​ເທດ​ໃຫຍ່ ​ຄວນ​ເຮັດ​ແນວ​ໃດ ​ເພື່ອ​ຢູ່​ຮ່ວມ​ກັນ ​ຢ່າງ​ຖືກ​ຕ້ອງແລະ ຮ່ວມ​ກັນ​ຮັບ​ປະ​ກັນ​ສັນ​ຕິ​ພາບໂລກ ຄື: ໜຶ່ງ, ຍຶດ​ໝັ້ນ​ໃນ​ການ​ເຄົາ​ລົບ ​ເຊິ່ງ​ກັນ​ແລະ​ກັນ.ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ ແມ່ນຫລັກ​ການ​ພື້ນ​ຖານ ​ໃນ​ການແລກ​ປ່ຽນກັນ​ລະ​ຫວ່າງ ​ປະ​ເທດ​ໃຫຍ່.ສອງ, ຍຶດ​ໝັ້ນ​ໃນ​ການ​ຢູ່​ຮ່ວມ​ກັນ ​ໂດຍ​ສັນ​ຕິ. ສປ ຈີນ,ລັດ​ເຊຍ ແລະສ.ອາ​ເມ​ລິ​ກາ ​ຄວນ​ເປັນ​ຄູ່​ຮ່ວມ ແລະ ເພື່ອນ​ມິດ, ບໍ່​ປະ​ທະ​ກັນ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຮັກ​ສາ​ເສັ້ນ​ພື້ນ​ຖານ ​ແຫ່ງ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ.ຍຶດ​ໝັ້ນ​ໃນ​ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.ສາມ​ປະ​ເທດ ​ມີ​ທ່າ​ແຮງ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພັດ​ທະ​ນາ, ມີ​ລັກ​ສະ​ນະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ ຢ່າງ​ແຂງ​ແຮງ​ ໃນ​ດ້ານ​ເສດ​ຖະ​ກິດ, ສາ​ມາດ​ເສີມ​ຂະ​ຫຍາຍ ​ທ່າ​ແຮງ​ຂອງ​ໃຜ​ລາວ ແລະ ແລກ​ປ່ຽນ​ ເຊິ່ງ​ກັນ​ແລະ​ກັນ.ສີ່, ຍຶດ​ໝັ້ນ​ໃນ​ການ​ສົນ​ທະ​ນາ ແລະ ປຶກ​ສາ​ຫາ​ລື​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່