ປກສ ແຂວງເຊກອງ ມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນບ້ານໃຫຍ່ນາວາ

ວັນທີ 13 ພະຈິກ 2026 ຜ່ານມາ, ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນຜູ້ທຸກຍາກບ້ານໃຫຍ່ນາວາ ເມືອງລະມາມ ເປັນການຊ່ວຍເຫຼືອໃນການປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງເຂົາເຈົ້າ; ກ່າວມອບໂດຍ ທ່ານ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນ ຊາການ ປກສ ແຂວງ, ມີທ່ານ ພັອ ຄຳຄັ່ງ ທອງສະຫວັດ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ, ມີທ່ານ ພັທ ແພງຮັກ ຮຸນປະຢັດ ຫົວໜ້າກອງບັນຊາການ ປກສ ເມືອງລະມາມ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັອ ຫຸມໃຈ ແກ້ວສີບຸນເຮືອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: ການປຸກສ້າງເຮືອນ ແລະ ມອບໃຫ້ຄອບຄົວຜູ້ທຸກຍາກນີ້ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າແຂວງເຊກອງ, ສະບັບເລກທີ 437/ຊກ, ລົງວັນທີ 9 ທັນວາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບ້ານໃຫຍ່ນາວາ ຈໍານວນ 2 ຄອບຄົວ; ທັງນີ້ ກອງບັນຊາ ການ ປກສ ແຂວງ ໄດ້ນໍາໃຊ້ງົບປະມານ ຂອງກົມກອງ ເຂົ້າໃນການປຸກສ້າງ ປະເພດເຮືອນໄມ້ເຄິ່ງຖາວອນ ໃນມູນຄ່າ 35.995.000 ກີບ ສໍາເລັດ 1 ຫຼັງ ໄດ້ມອບໃຫ້ຄອບ ຄົວ ທ້າວ ລະ ແລະ ຍັງສືບຕໍ່ປຸກສ້າງອີກ 1 ຫຼັງ ເພື່ອມອບໃຫ້ຄອບຄົວ ທ້າວ ແຮັມແມັດ; ພ້ອມນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 2 ຄອບຄົວຕື່ມອີກ ລວມມີ: ສາດຢາງ, ຜ້າຫົ່ມ, ໝີ່, ປາປ໋ອງ, ເກືອ ແລະ ແປ້ງນົວ.

ໂອກາດກ່າວມອບ, ທ່ານ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ມີຄໍາເຫັນວ່າ: ດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ການເປັນຢູ່ຂອງປະ ຊາຊົນ, ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາ ແລະ ແນວທາງ ຂອງພັກ-ລັດ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດ ຊອບໃນໜ້າທີ່ ປະກອບສ່ວນເຕັມກຳລັງໃນວຽກງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຈຶ່ງໄດ້ທຸ້ມເທເຫື່ອແຮງ ແລະ ງົບປະມານ ຕາມຄວາມອາດສາມາດຕົວຈິງ ຊ່ວຍປຸກສ້າງເຮືອນ ໃຫ້ແກ່ 2 ຄອບຄົວ ເປັນການຊ່ວຍຍົກລະດັບຊີວິດການເປັນຢູ່ ແລະ ເມື່ອມີທີ່ພັກອາໃສແລ້ວ ກໍໃຫ້ສືບຕໍ່ສ້າງເສດຖະ ກິດຄອບຄົວໃຫ້ມີຢູ່ມີກິນ, ເຮັດການຜະລິດ ປູກຝັງ-ລ້ຽງສັດ ນໍາພາຄອບຄົວຕົນເອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກ ຍາກ.
———
ຂ່າວ: ປກສ ແຂວງເຊກອງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






