
ພາຍຸຫິມະຖະຫຼົ່ມຄາລິຟໍເນຍ! ລົດຫຼາຍສິບຄັນຕິດຄ້າງກາງຫິມະ ທາງຫຼວງສາຍສຳຄັນຖືກປິດ

ຄາລິຟໍເນຍ, ສະຫະລັດອາເມລິກາ – 19 ພະຈິກ 2026
ລັດຄາລິຟໍເນຍ ສະຫະລັດອາເມລິກາ ປະເຊີນກັບສະພາບອາກາດໜາວຈັດ ແລະ ພາຍຸຫິມະຮຸນແຮງ ໂດຍມີລາຍງານວ່າ ລົດຍົນ ແລະ ລົດບັນທຸກຈຳນວນຫຼາຍຕິດຄ້າງຢູ່ກາງຫິມະ ສົ່ງຜົນໃຫ້ການສັນຈອນເປັນໄປຢ່າງຫຍຸ້ງຍາກ.

ເຫດການດັ່ງກ່າວເກີດຂຶ້ນໃນເຂດພູ Sierra Nevada ໂດຍສະເພາະບໍລິເວນ Donner Summit ຊຶ່ງເປັນເສັ້ນທາງສຳຄັນຂອງທາງຫຼວງ Interstate 80. ພາຍຸຫິມະທີ່ຕົກລົງມາຢ່າງໜັກ ເຮັດໃຫ້ທັດສະນະວິໄສຫຼຸດລົງ ແລະ ຜິວຖະໜົນປົກຄຸມໄປດ້ວຍຫິມະ ຈົນລົດບາງຄັນບໍ່ສາມາດເຄື່ອນຕົວຕໍ່ໄປໄດ້.


ລາຍງານຂ່າວລະບຸວ່າ ມີລົດບັນທຸກຂະໜາດໃຫຍ່ຫຼາຍຄັນເສຍຫຼັກ ແລະ ຕິດຄ້າງຂວາງທາງ ເຮັດໃຫ້ເຈົ້າໜ້າທີ່ຕ້ອງປິດການສັນຈອນໃນບາງຊ່ວງຂອງທາງຫຼວງ Interstate 80 ເພື່ອຄວາມປອດໄພ ແລະ ເລັ່ງເຄື່ອນຍ້າຍລົດທີ່ຕິດຄ້າງອອກຈາກພື້ນທີ່.

ຂະນະດຽວກັນ ທາງການໄດ້ເຕືອນປະຊາຊົນ ແລະ ຜູ້ທີ່ກຳລັງຈະເດີນທາງໃນເຂດພູສູງ ໃຫ້ຕິດຕາມສະພາບອາກາດ ແລະ ຂໍ້ມູນການຈະລາຈອນຢ່າງໃກ້ຊິດ ເນື່ອງຈາກຫິມະອາດຕົກຕໍ່ເນື່ອງ ແລະ ສະພາບຖະໜົນອາດປ່ຽນແປງໄດ້ຕະຫຼອດເວລາ.
ທີ່ມາ: The Weather
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






