
ເກົາຫຼີໃຕ້ຄຸມເຂັ້ມການສອບເສັງເຂົ້າມະຫາໄລ ຫວັ່ນມີການໂກງດ້ວຍ AI ສັ່ງຕັດສັນຍານ Wi-Fi ວາງແຜນລໍ້ຈັບຜູ້ໃຊ້ໂທລະສັບມືຖື ພ້ອມມອບລາງວັນ ໃຫ້ຜູ້ແຈ້ງເບາະແສ.

ເກົາຫຼີໃຕ້ເພີ່ມຄວາມເຂັ້ມງວດໃນການສອບແຂ່ງຂັນເຂົ້າຮຽນມະຫາວິທະຍາໄລທຸກດ້ານ ທ່າມກາງຂ່າວອື້ສາວກໍລະນີໂກງການສອບເສັງໂດຍໃຊ້ເທັກໂນໂລຊີ AI ໂດຍເຈົ້າໜ້າທີ່ຄຸມການສອບເສັງເພີ່ມຈຳນວນຜູ້ຍາມສອບເສັງເປັນ 2 ເທົ່າ ພົບຜູ້ເຂົ້າສອບ 98 ຄົນໂກງ ຈາກຈຳນວນນັກຮຽນທັງໝົດກວ່າ 500,000 ຄົນ

ທາງການໄດ້ເພີ່ມຈຳນວນຜູ້ຄຸມສອບເປັນ 2 ເທົ່າ ພ້ອມຕັດສັນຍານ Wi-Fi ໃນບໍລິເວນສະໜາມສອບ ແລະສົ່ງຂໍ້ຄວາມແຈ້ງເຕືອນໄປຍັງໂທລະສັບມືຖືທົ່ວປະເທດ ເພື່ອກວດກາການລັກລອບນຳເອົາອຸປະກອນສື່ສານເຂົ້າຫ້ອງສອບ. ຫຼັງການສົ່ງສັນຍານເຕືອນໃນຕອນເຊົ້າ ພົບຜູ້ເຂົ້າສອບຫຼາຍກວ່າ 20 ຄົນມີໂທລະສັບມືຖືຢູ່ກັບຕົວ.
ສ່ວນຜົນການກວດກາຫຼັງສິ້ນສຸດການສອບ ພົບການໂກງສອບເສັງ 98 ກໍລະນີ ໃນນັ້ນມີ 5 ກໍລະນີທີ່ກ່ຽວຂ້ອງກັບການໃຊ້ອຸປະກອນອັດສະລິຍະ ເຊັ່ນ: ແວ່ນຕາອັດສະລິຍະ, ກ້ອງຖ່າຍຮູບຂະໜາດນ້ອຍ, ຫູຟັງໄຮ້ສາຍ ແລະການໃຊ້ໂທລະສັບຖ່າຍຮູບຂໍ້ສອບ ລວມເຖິງການລັກລອບໃຊ້ໂທລະສັບໃນຫ້ອງນ້ຳ. ເຈົ້າໜ້າທີ່ລະບຸວ່າ ຈະພິຈາລະນາລົງໂທດຕາມລະດັບຄວາມຮ້າຍແຮງຂອງແຕ່ລະກໍລະນີ.
ມາດຕະການປາບປາມການໂກງການສອບເສັງ ຄັ້ງໃຫຍ່ນີ້ ເກີດຂຶ້ນຫຼັງຈາກຜູ້ສອບເສັງຄົນໜຶ່ງທີ່ໄດ້ຄະແນນສູງສຸດໃນການສອບເອົາໃບອະນຸຍາດວິຊາຊີບຜູ້ກວດສອບບັນຊີພາສີ ຍອມຮັບວ່າໄດ້ໃຊ້ກ້ອງຂະໜາດນ້ອຍ ແລະໂທລະສັບມືຖືເພື່ອຮັບຄຳຕອບຈາກ AI ຈົນສາມາດເຮັດຄະແນນໄດ້ເກືອບເຕັມ. ເຫດການນີ້ສ້າງຄວາມກັງວົນວ່າ ການສອບເສັງແຂ່ງຂັນສຳຄັນອື່ນໆ ອາດປະສົບບັນຫາການທຸຈະລິດໃນຮູບແບບດຽວກັນ.
ຂະນະດຽວກັນ ທ່ານ ອີ ແຈ-ມຽງ ປະທານາທິບໍດີເກົາຫຼີໃຕ້ ປະກາດມອບເງິນລາງວັນຢ່າງໜ້ອຍ 75,000 ໂດລາສະຫະລັດ ໃຫ້ແກ່ຜູ້ທີ່ແຈ້ງເບາະແສການທຸຈະລິດ ພ້ອມສະເໜີໃຫ້ຫຼຸດຜ່ອນໂທດແກ່ຜູ້ທີ່ໃຫ້ຂໍ້ມູນກ່ຽວກັບຜູ້ຮ່ວມກະທຳຜິດ.
ສຳລັບນັກຮຽນທີ່ຖືກຈັບໄດ້ວ່າໂກງການສອບເສັງ ອາດຖືກຕັດສິດບໍ່ໃຫ້ເຂົ້າສອບຊູນຶງຊ້ຳອີກເປັນເວລາ 10 ປີ ແລະອາດຖືກດຳເນີນຄະດີອາຍາ. ຂະນະທີ່ຜູ້ເຂົ້າສອບບາງສ່ວນວິຈານວ່າ ລັດຖະບານເຄື່ອນໄຫວແກ້ໄຂບັນຫາຊ້າເກີນໄປ ເພາະມີຄວາມສົງໄສວ່າການທຸຈະລິດອາດເກີດຂຶ້ນມາກ່ອນໜ້ານີ້ແລ້ວ.
ນອກຈາກນີ້ ຍັງມີຜູ້ຍື່ນຄຳຮ້ອງຕໍ່ສານລັດຖະທຳມະນູນ ເພື່ອຂໍໃຫ້ຄັດຄ້ານການຈັດສອບຊູນຶງຕາມກຳນົດເດີມ ໂດຍອ້າງເຖິງຄວາມສ່ຽງຈາກການໃຊ້ AI ໃນການໂກງການສອບເສັງ . ແຕ່ສານໄດ້ປະຕິເສດຄຳຮ້ອງ ເນື່ອງຈາກເຫັນວ່າຍັງບໍ່ມີຫຼັກຖານພຽງພໍວ່າຈະເກີດຄວາມເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້.
ທັງນີ້ ການສອບເສັງຊູນຶງຖືເປັນວັນສຳຄັນຂອງສັງຄົມເກົາຫຼີໃຕ້ ເນື່ອງຈາກຜົນການສອບມີຄວາມສຳຄັນຕໍ່ໂອກາດເຂົ້າຮຽນໃນມະຫາວິທະຍາໄລຊັ້ນນຳ ແລະອະນາຄົດດ້ານອາຊີບ. ໃນມື້ສອບ ຫຼາຍພາກສ່ວນຈຶ່ງປັບເວລາເຮັດວຽກ ໂດຍຫ້ອງການຫຼາຍແຫ່ງເລີ່ມວຽກຊ້າລົງ 1 ຊົ່ວໂມງ, ຕະຫຼາດຫຸ້ນເລື່ອນເວລາເປີດຊື້-ຂາຍ ແລະມີການລະງັບຖ້ຽວບິນຊົ່ວຄາວໃນຊ່ວງສອບວິຊາພາສາອັງກິດ ເພື່ອບໍ່ໃຫ້ສຽງລົບກວນສະມາທິຂອງນັກຮຽນ.
ຂະນະທີ່ບັນຍາກາດຕາມສະໜາມສອບເຕັມໄປດ້ວຍຄວາມຫ່ວງໃຍ ແລະກຳລັງໃຈ ໂດຍຜູ້ປົກຄອງພາລູກຫຼານໄປສົ່ງເຖິງສະໜາມສອບ ພ້ອມໂອບກອດແລະໃຫ້ກຳລັງໃຈກ່ອນເຂົ້າຫ້ອງສອບ. ສ່ວນຄູອາຈານ ແລະນັກຮຽນຮຸ່ນນ້ອງກໍມາລວມຕົວກັນແຈກຂະໜົມ ແລະສົ່ງສຽງເຊຍໃຫ້ກຳລັງໃຈ. ຂະນະດຽວກັນ ຜູ້ປົກຄອງຈຳນວນຫຼາຍຍັງເດີນທາງໄປວັດ ແລະໂບດ ເພື່ອສວດມົນອະທິຖານຂໍໃຫ້ລູກຫຼານປະສົບຜົນສຳເລັດໃນການສອບເສັງ.
ທີ່ມາ: Channel News Asia (CNA)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






