
ສະເທືອນວົງການສຶກສາເກົາຫຼີໃຕ້! ນັກສຶກສາທັນຕະແພດ ຜູ້ສອບໄດ້ຄະແນນເຕັມ ຖືກພົບເສຍຊີວິດ ທ່າມກາງຂໍ້ສົງໄສໃຊ້ AI ຊ່ວຍໂກງການສອບເສັງ

ເກີດເຫດສະເທືອນຂວັນວົງການສຶກສາເກົາຫຼີໃຕ້ ຫຼັງ ລີ ຈິນ ອູ (Lee Jin-woo) ອາຍຸ 32 ປີ ນັກສຶກສາຄະນະທັນຕະແພດ ມະຫາວິທະຍາໄລແຫ່ງຊາດໂຊລ ຜູ້ເຄີຍສ້າງຊື່ສຽງຈາກການສອບໄດ້ຄະແນນເຕັມໃນການສອບວັດຄວາມຖະໜັດດ້ານກົດໝາຍ (LEET) ຖືກພົບເສຍຊີວິດພາຍໃນທີ່ພັກແຫ່ງໜຶ່ງໃນກຸງໂຊລ ໃນວັນທີ 19 ພະຈິກ 2026 ທ່າມກາງກະແສຂໍ້ສົງໄສວ່າລາວອາດໃຊ້ປັນຍາປະດິດ (AI) ແລະ ອຸປະກອນເອເລັກໂຕຣນິກຊ່ວຍໃນການສອບ.

ກ່ອນເກີດເຫດ ລີ ຈິນ ອູ ເຄີຍເປັນທີ່ຈັບຕາຂອງສັງຄົມ ຫຼັງສາມາດສອບໄດ້ຄະແນນເຕັມໃນການສອບ LEET ເຊິ່ງເປັນການສອບວັດຄວາມຖະໜັດສຳລັບຜູ້ສະໝັກເຂົ້າຮຽນກົດໝາຍລະດັບບັນດິດສຶກສາ. ແຕ່ຕໍ່ມາຜົນສຳເລັດຂອງລາວກັບກາຍເປັນປະເດັນຖົກຖຽງ ຫຼັງມີການຕັ້ງຂໍ້ສົງໄສວ່າອາດໃຊ້ AI ແລະ ອຸປະກອນອັດສະລິຍະຊ່ວຍຕອບຂໍ້ສອບ.
ລາວໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ແລະ ປະກາດວ່າຈະພິສູດຄວາມສາມາດຂອງຕົນຕໍ່ສາທາລະນະ ດ້ວຍການເຮັດຂໍ້ສອບພາສາເກົາຫຼີຂອງການສອບເຂົ້າມະຫາວິທະຍາໄລ ພ້ອມຖ່າຍທອດສົດຜ່ານ ຢູທູບ ໃນວັນທີ 19 ພະຈິກ 2026. ແຕ່ເມື່ອຮອດເວລານັດໝາຍ ລາວກັບບໍ່ປາກົດຕົວ ແລະ ບໍ່ສາມາດຕິດຕໍ່ໄດ້ ກ່ອນຈະມີການແຈ້ງຕຳຫຼວດໃຫ້ຊ່ວຍຕິດຕາມຫາ.
ພາຍໃນທີ່ພັກ ເຈົ້າໜ້າທີ່ພົບຂໍ້ຄວາມທີ່ຂຽນດ້ວຍລາຍມື ປະມານ 5 ບັນທັດ ເຊິ່ງມີເນື້ອໃນສະທ້ອນເຖິງຄວາມເມື່ອຍລ້າທາງຮ່າງກາຍ ແລະ ຈິດໃຈ ແຕ່ບໍ່ໄດ້ກ່າວເຖິງຂໍ້ສົງໄສເລື່ອງ AI ຫຼື ການຍອມຮັບວ່າໄດ້ໃຊ້ເທັກໂນໂລຊີຊ່ວຍໃນການສອບ.
ຂະນະດຽວກັນ ຕຳຫຼວດເກົາຫຼີໃຕ້ລະບຸວ່າ ຈະສືບຕໍ່ກວດສອບຂໍ້ສົງໄສການໃຊ້ AI ແລະ ອຸປະກອນຊ່ວຍສອບ ລວມທັງກວດສອບຄວາມເປັນໄປໄດ້ວ່າມີບຸກຄົນອື່ນກ່ຽວຂ້ອງຫຼືບໍ່. ນອກນັ້ນ ຍັງພິຈາລະນານຳເຈ້ຍຄຳຕອບການສອບເຂົ້າມະຫາວິທະຍາໄລຂອງລາວໃນປີ 2025 ມາກວດສອບເພີ່ມເຕີມ.
ກໍລະນີນີ້ເກີດຂຶ້ນໃນຊ່ວງທີ່ເກົາຫຼີໃຕ້ກຳລັງເພີ່ມມາດຕະການປາບປາມການທຸຈະລິດຂໍ້ສອບດ້ວຍ AI ແລະ ອຸປະກອນອັດສະລິຍະ ຫຼັງມີກໍລະນີຜູ້ສອບໃບອະນຸຍາດນັກບັນຊີພາສີຍອມຮັບວ່າ ໃຊ້ກ້ອງຂະໜາດນ້ອຍຖ່າຍຂໍ້ສອບ ແລ້ວສົ່ງໃຫ້ AI ຊ່ວຍຫາຄຳຕອບ.

ພາບປະກອບ
ເຫດການນີ້ຈຶ່ງຈຸດປະກາຍຄຳຖາມສຳຄັນຕໍ່ສັງຄົມເກົາຫຼີໃຕ້ ກ່ຽວກັບຄວາມໂປ່ງໃສຂອງການສອບ, ການນຳໃຊ້ AI ໃນລະບົບການສຶກສາ ແລະ ແຮງກົດດັນຈາກການຖືກຕັ້ງຂໍ້ສົງໄສໃນໂລກອອນລາຍ.
ທັງນີ້ ຈົນເຖິງຂໍ້ມູນທີ່ລາຍງານ ຍັງບໍ່ມີຜົນສອບສວນຢືນຢັນວ່າ ລີ ຈິນ-ອູ ໄດ້ໃຊ້ AI ຊ່ວຍທຸຈະລິດຂໍ້ສອບຕາມຂໍ້ກ່າວຫາແຕ່ຢ່າງໃດ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






