
ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ພະຈິກ 2026, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ແລະ ທ່ານ ໂດນັນ ທຣຳປະທານາທິບໍດີ ສ.ອາເມລິກາໄດ້ພົບປະກັນຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ. ຜູ້ນຳ ລັດເຊຍແລະ ສ.ອາເມລິກາໄດ້ສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ຈັດການພົບປະກັນ ຄັ້ງປະຫວັດສາດນີ້.ປະມຸກລັດ 3ປະເທດ ໄດ້ແລກປ່ຽນຄວາມເຫັນ ຢ່າງເລິກເຊິ່ງ ກ່ຽວກັບ ສະຖານະການສາກົນ ໃນປັດຈຸບັນ, ທັງມຸ່ງໝັ້ນທີ່ຈະຮັກສາ ສະຖຽນລະພາບ ທາງຍຸດທະສາດ ແລະຄວາມໝັ້ນຄົງສາກົນ. ໜຶ່ງ, ສປ ຈີນ,ລັດເຊຍ ແລະສ.ອາເມລິກາ ໃນຖານະເປັນປະເທດ ສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ, ມີຄວາມມຸ່ງໝັ້ນ ທີ່ຈະຊຸກຍູ້ການປະຕິຮູບ ອົງການສະຫະປະຊາຊາດເພື່ອເຮັດໃຫ້ອົງການດັ່ງກ່າວສາມາດຮັບມື ກັບສິ່ງທ້າທາຍລະດັບໂລກ ໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນແລະປະຕິບັດພາລະກຳ ພື້ນຖານຂອງຕົນ ໃນການປົກປັກຮັກສາ ສັນຕິພາບ ແລະຄວາມໝັ້ນຄົງສາກົນ. ສອງ, 3 ປະເທດ ວາງແຜນທີ່ຈະເພີ່ມການຜະລິດ ແລະການສະໜອງຜະລິດຕະພັນ ນ້ຳມັນເຊື້ອໄຟກັ່ນເພື່ອສ້າງຜົນປະໂຫຍດໃຫ້ແກ່ ບັນດາປະເທດໃນໂລກ.ສາມປະເທດຢືນຢັນຄືນເຖິງ ຄວາມສຳຄັນຂອງການຈໍລະຈອນ ທີ່ໝັ້ນຄົງຂອງພະລັງງານ. ສາມ, ປະມຸກລັດທັງ 3 ປະເທດ ໄດ້ຮັບຮອງວ່າ ຫລັກການຄວາມເຫັນດີຂອງລັດ ແລະການເຄົາລົບເອກະສິດ ຂອງ ເຈົ້າໜ້າທີ່ລັດ ແມ່ນມີຄວາມສຳຄັນສູງສຸດ ແລະເຫັນພ້ອມກັນວ່າ ສານອາຍາສາກົນ ແລະ ອົງການອື່ນໆທີ່ມີລັກສະນະຄ້າຍຄືກັນຈະຕ້ອງບໍ່ນຳໃຊ້ອຳນາດ ພິຈາລະນາຄະດີ ຂອງຕົນໃນທາງທີ່ບໍ່ຖືກຕ້ອງ. ສີ່, ປະມຸກລັດທັງ 3ປະເທດ ໄດ້ຢໍ້າຄືນວ່າສົງຄາມນິວເຄລຍ ເປັນສົງຄາມ ທີ່ບໍ່ມີຝ່າຍໃດ ສາມາດເອົາຊະນະໄດ້ ແລະຕ້ອງບໍ່ໃຫ້ເກີດຂຶ້ນຢ່າງເດັດຂາດ.ທັງສາມປະເທດ ຈະດຳເນີນການສົນທະນາ ຫາລື ກ່ຽວກັບ ການຫລຸດຜ່ອນຄວາມສ່ຽງ ດ້ານນິວເຄລຍແລະ ການປ້ອງກັນ ການແພ່ຜາຍ ອາວຸດນິວເຄລຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






