
ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027

ວິທະຍຸກະຈ່າຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້,ຄະນະກຳມະການເອີຣົບ (EC) ສະເໜີ ສະໜອງ ບ້ວງເງິນກູ້ຢືມ ເພີ່ມເຕີມສູງສຸດ 48 ຕື້ເອີໂຣ ໃຫ້ແກ່ ອູແກຣນ, ຕອບສະໜອງເກືອບ 2/3 ຄວາມຕ້ອງການ ດ້ານການເງິນ ທີ່ຍັງຂາດເຂີນ ຂອງປະເທດນີ້ ໃນປີ 2027.ຕາມການສະເໜີ, ສະຫະພາບ ເອີຣົບ (EU) ຈະສະຫງວນເງິນ ປະມານ 25 ຕື້ເອີໂຣ ໃຫ້ແກ່ ຂົງເຂດປ້ອງກັນຊາດ ແລະ 20 ຕື້ເອີໂຣ ເພື່ອໜູນຊ່ວຍ ງົບປະມານ ອູແກຣນ.ການປ່ອຍເງິນໜູນຊ່ວຍ ງົບປະມານນີ້ ຕິດພັນກັບຄວາມຄືບໜ້າ ໃນການປະຕິຮູບ ກ່ຽວກັບ ສິດອຳນາດກົດໝາຍ, ຕ້ານການສໍ້ລາດບັງຫລວງ ແລະ ການບໍລິຫານເງິນພາກລັດ ສະຫະພາບ ເອີຣົບ ຄາດວ່າ ຈະລະດົມທຶນ ໃນຕະຫລາດການເງິນ ແລະໃຊ້ງົບປະມານ ຂອງກຸ່ມເພື່ອຮັບປະກັນ.ບ້ວງກູ້ຢືມໃໝ່ ຈະສືບຕໍ່ກັບບ້ວງເງິນ 90 ຕື້ ເອີໂຣ ເຊິ່ງ EU ໄດ້ຮັບຮອງເອົາ ໃຫ້ໄລຍະ 2026–2027. ພ້ອມທັງຄະນະກຳມະການ ເອີຣົບກໍ່ມີຄວາມມຸ່ງຫວັງ ບັນດາຄູ່ຮ່ວມມື ສາກົນອືນໆຈະຮ່ວມແຮງຮ່ວມໃຈ ໜູນຊ່ວຍ ອູແກຣນ ເພີ່ມເຕີມບ້ວງເງິນ 25 ຕື້ເອີໂຣ ທີ່ຍັງຂາດເຂີນ ໃນປີໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






