ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 09:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ວາງກຳລັງຫຼາຍຮ້ອຍສະຫາຍ ລະບາຍການສັນຈອນ

ໂດຍ kaling
· 17 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ວາງກຳລັງຫຼາຍຮ້ອຍສະຫາຍ ລະບາຍການສັນຈອນ
ADadvertisement
ADadvertisement
ADadvertisement

ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດວາງກຳລັງເຈົ້າໜ້າທີ່ວິຊາສະເພາະ ຫຼາຍຮ້ອຍ ສະຫາຍ ລະບາຍການສັນຈອນໃຫ້ປະຊາຊົນ ມີ 135 ຈຸດ ທົ່ວນະຄອນຫຼວງວຽງຈັນ ລົງໃຫ້ບໍລິການ ອຳນວຍຄວາມສະດວກແກ່ຜູ້ທີ່ມີຈຸດປະສົງມາທ່ຽວບຸນ ແລະ ຜູ້ທີ່ນຳໃຊ້ລົດນຳໃຊ້ຖະໜົນ ເພື່ອສັນຈອນໄປ-ມາ ມີຄວາມສະດວກ ແລະ ຫຼຸດຜ່ອນການແອອັດ.

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ: ເພື່ອຮັບປະກັນໃຫ້ງານບຸນນະມັດສະການພຣະທາດຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃຫ້ແກ່ການນຳພັກ-ລັດ ຕະຫຼອດຮອດປະຊາຊົນຊາວລາວ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຊົມງານບຸນມີຄວາມສະຫງົບ ແລະ ເປັນລະບຽບ, ພະແນກຕໍາຫຼວດຈະລາຈອນ ຈຶ່ງໄດ້ຈັດວາງກຳລັງເຂົ້າປະຈຳການປ້ອງກັນ ແລະ ລະບາຍການສັນຈອນ ທັງໝົດ 535 ສະຫາຍ, ແບ່ງອອກເປັນ 135 ຈຸດ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ, ປະກອບມີ ຈຸດວົງໃນ ຈຳນວນ 78 ຈຸດ; ຈຸດວົງນອກ ຈຳນວນ 57 ຈຸດ; ຈຸດຄອຍເຫດ ແລະ ຈຸດກວດກາ 10 ຈຸດ ແລະ ຈຸດກວດກາປະຈຳການຕະຫຼອດ 24 ຊົ່ວໂມງ ຈໍານວນ 4 ຈຸດ ຄື: ເສັ້ນທາງເລກທີ 13 ໃຕ້, ເສັ້ນທາງເລກທີ 13 ເໜືອ, ເສັ້ນທາງເລກທີ 11 ຕອນເໜືອ ແລະ ເສັ້ນທາງເລກທີ 10 ທ່າງ່ອນ.

ນອກນີ້, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ ລະບາຍການສັນຈອນໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນ ໃຫ້ມີຄວາມໂລ່ງລຽນ, ເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດນຳໃຊ້ຖະໜົນຢ່າງມີສະຕິ, ປະຕິບັດຕາມແຈ້ງການຂອງຫ້ອງວ່າການປົກຄອງ ນວ ແລະ ພະແນກ ຍທຂ ຢ່າງເຂັ້ມງວດ, ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ, ເມື່ອດື່ມສິ່ງມຶນເມົາບໍ່ໃຫ້ຂັບທີ່ຢ່າງເດັດຂາດ, ຈອດລົດຕາມຈຸດທີ່ໄດ້ກຳນົດແລະ ຈັດສັນໄວ້ໃຫ້ຢ່າງເປັນລະບຽບຮຽບຮ້ອຍ, ຄ່ອຍໄປ-ຄ່ອຍມາ ບໍ່ໃຊ້ຄວາມໄວເກີນກຳນົດ, ກ່ອນຈະລ້ຽວລົດ ເພື່ອປ່ຽນທິດທາງຕ້ອງສັງເກດຢ່າງຄັກແນ່ ໃຕ້ຕາສັນຍານກ່ອນສະເໝີ ເພື່ອຮັບປະກັນຄວາມປອດໄພທາງຊີວິດ ແລະ ຊັບສິນ.

ພາບ-ຂ່າວ: ສິດທິພັນ

ທີ່ມາ: ຄວາມສະຫງົບ Lao Security News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່