ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 11:10ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົດໄຟ ແອມແທຣັກ (Amtrak) ຕຳກັບລົດພ່ວງ 18 ລໍ້ ໃນລັດລຸຍເຊຍນາ ສະຫະລັດອາເມຣິກາ ບາດເຈັບ 5 ຄົນ ໂຊກດີອາການບໍ່ຮຸນແຮງ.

ໂດຍ Jenjila
· 20 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ລົດໄຟ ແອມແທຣັກ (Amtrak) ຕຳກັບລົດພ່ວງ 18 ລໍ້ ໃນລັດລຸຍເຊຍນາ ສະຫະລັດອາເມຣິກາ ບາດເຈັບ 5 ຄົນ ໂຊກດີອາການບໍ່ຮຸນແຮງ.
ADadvertisement
ADadvertisement
ADadvertisement

ເກີດເຫດລົດໄຟໂດຍສານ Amtrak ເຊິ່ງບັນທຸກຜູ້ໂດຍສານ 95 ຄົນ ຕຳກັບລົດບັນທຸກພ່ວງທີ່ຂົນລົດດັນດິນ ຢູ່ບໍລິເວນທາງຕັດລົດໄຟ ທາງຕາເວັນອອກຂອງເມືອງລາຟາແຢັດ (Lafayette) ລັດລຸຍເຊຍນາ (Louisiana) ປະເທດສະຫະລັດອາເມຣິກາ ສົ່ງຜົນໃຫ້ລົດໄຟຕົກລາງບາງສ່ວນ ແລະມີຜູ້ບາດເຈັບ 5 ຄົນ.

ລົດໄຟ ແອມແທຣັກ (Amtrak) ຕຳກັບລົດພ່ວງ 18 ລໍ້ ໃນລັດລຸຍເຊຍນາ ສະຫະລັດອາເມຣິກາ ບາດເຈັບ 5 ຄົນ ໂຊກດີອາການບໍ່ຮຸນແຮງ.

ວັນອາທິດ ທີ 22 ພະຈິກ 2026 ເວລາປະມານ 18:15 ໂມງ (ເວລາທ້ອງຖິ່ນ) ໄດ້ເກີດອຸບັດຕິເຫດລົດໄຟໂດຍສານ ແອມແທຣັກ (Amtrak) ຕຳກັບລົດບັນທຸກພ່ວງ 18 ລໍ້ ຢູ່ບໍລິເວນທາງຕັດລົດໄຟ ທາງຕາເວັນອອກຂອງເມືອງລາຟາແຢັດ ລັດລຸຍເຊຍນາ ປະເທດສະຫະລັດອາເມຣິກາ ສົ່ງຜົນໃຫ້ຂະບວນລົດໄຟຕົກລາງບາງສ່ວນ ແລະ ມີຜູ້ບາດເຈັບ 5 ຄົນ. ໂດຍນາຍົກເທດສະມົນຕີເມືອງລາຟາແຢັດ ໄດ້ເຜີຍແຜ່ຂໍ້ມູນຜ່ານສື່ສັງຄົມອອນລາຍວ່າ ຜູ້ບາດເຈັບທັງໝົດມີອາການບໍ່ຮຸນແຮງ.

ກົມດັບເພີງເມືອງລາຟາແຢັດ ລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນໃນຕອນແລງວັນອາທິດ ຂະນະທີ່ລົດໄຟທີ່ມີຜູ້ໂດຍສານ 95 ຄົນ ແລ່ນມາຮອດຈຸດເກີດເຫດ ແລະໄດ້ຕຳເຂົ້າກັບລົດບັນທຸກພ່ວງທີ່ກຳລັງຂົນອຸປະກອນຂອງລົດດັນດິນ.

ADadvertisement
ADadvertisement
ADadvertisement
ລົດໄຟ ແອມແທຣັກ (Amtrak) ຕຳກັບລົດພ່ວງ 18 ລໍ້ ໃນລັດລຸຍເຊຍນາ ສະຫະລັດອາເມຣິກາ ບາດເຈັບ 5 ຄົນ ໂຊກດີອາການບໍ່ຮຸນແຮງ. · ຮູບທີ 2

ຈ່າສິບຕຳຫຼວດ ແອັດສະລີ ວູດ (Ashley Wood) ຈາກກົມຕຳຫຼວດເມືອງລາຟາແຢັດ ເປີດເຜີຍວ່າ ໃນເວລາເກີດເຫດ ລົດບັນທຸກກຳລັງແລ່ນຜ່ານບໍລິເວນທາງຕັດລົດໄຟ. ຈາກນັ້ນ ເຈົ້າໜ້າທີ່ດັບເພີງຈຶ່ງໄດ້ເຂົ້າຊ່ວຍເຫຼືອອົບພະຍົບຜູ້ໂດຍສານອອກຈາກຂະບວນລົດໄຟ ຫຼັງຈາກປະເມີນແລ້ວວ່າມີຄວາມປອດໄພ.

ທີ່ມາ: AP

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່