ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 16:53ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ
ADadvertisement
ADadvertisement
ADadvertisement

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະຜູ້ແທນທີ່ໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ ໃນຂະບວນການໂຕະມົນປະຈໍາປີ 2026 ສາມາດຍາດໄດ້ຜົນສຳເລັດຕາມແຜນທີ່ກຳນົດໄວ້, ລວມທັງການສະໜັບສະໜູນຊ່ວຍເຫລືອການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມທັງຊີ້ນໍາ ໃຫ້ພ້ອມກັນສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະຕິບັດວຽກງານຂອງຕົນໃນປີ 2027 ໂດຍສະເພາະໃນ 4 ຂົງເຂດວຽກງານ ທີ່ກອງປະຊຸມໄດ້ເປັນເອກະພາບວາງອອກ ໂດຍໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ນຳເອົາຜົນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2027 ຢ່າງມີຈຸດສຸມ ແລະ ກົມກຽວກັບມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນ ກັບການປະສານສົມທົບກັບພາກສ່ວນ ກ່ຽວຂ້ອງ ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄຸ້ມຄອງໜີ້ສິນສາທາລະນະ, ຂະຫຍາຍ ແລະ ຄຸ້ມຄອງຖານລາຍຮັບ ດ້ວຍລະບົບທີ່ທັນສະໄໝ; ນຳໃຊ້ຜົນການສຳຫລວດພົນລະເມືອງ ຄັ້ງທີ V ເປັນພື້ນຖານໃນການຈັດສັນງົບປະມານ ເພື່ອລົງທຶນໃສ່ຂະແໜງສຶກສາ, ສາທາລະນະສຸກ, ແຮງງານ, ລວມທັງພື້ນຖານໂຄງລ່າງ ໃນເຂດຫ່າງໄກສອກຫລີກ ເພື່ອຫລຸດຜ່ອນລະດັບຄວາມແຕກໂຕນການພັດທະນາ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນດ້ານເຕັກນິກວິຊາການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງການເງິນພາກລັດ ແລະ ການວາງແຜນພັດທະນາ; ສືບຕໍ່ຊຸກຍູ້ການເລັ່ງລັດສູ່ປະເທດ ລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດ, ການນຳໃຊ້ນະວັດຕະກຳຕາມທິດການເຕີບໂຕສີຂຽວ, ການອອກຈາກສະຖານະພາບດ້ວຍພັດທະນາ, ການກະກຽມຄວາມພ້ອມໃນໄລຍະຂ້າມຜ່ານ, ການຍົກສູງປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາ ແລະ ທິດທາງການລະດົມຂົນຂວາຍແຫລ່ງທຶນ, ສ້າງເງື່ອນໄຂໃຫ້ ສປປ ລາວ ຫລຸດພ້ົນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນໄວໄວນີ້; ພ້ອມທັງຮຽກຮ້ອງບັນດາຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄລຍະຂ້າມຜ່ານ 2027-2029 ຕື່ມອີກ. 

ໂອກາດນີ້, ຄະນະຜູ້ແທນ ໄດ້ລາຍງານຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2026 ໂດຍສະເພະບັນດາເນື້ອໃນການແລກປ່ຽນ, ປຶກສາຫາລື, ບັນດາຂໍ້ສະເໜີ-ແນະນຳທີ່ສໍາຄັນ ຊຶ່ງກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂ້ໍ “ໃຫ້ບູລິມະສິດການຈັດສັນງົບປະມານທີ່ມີຍຸດທະສາດໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສົກປີ 2027 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”.

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່