
ຮູ້ໄວ້ກ່ອນສາຍເກີນແກ້! ຮູ້ທັນສາເຫດໄຟຟ້າລັດວົງຈອນ ແລະ ອັກຄີໄພ ພ້ອມວິທີປ້ອງກັນ ຫຼຸດຄວາມສ່ຽງໄຟໄໝ້ເຮືອນ

ໄຟຟ້າເປັນສິ່ງຈຳເປັນຕໍ່ການດຳລົງຊີວິດ ແຕ່ຖ້າຫາກນຳໃຊ້ບໍ່ຖືກວິທີ ຫຼື ລະບົບໄຟຟ້າບໍ່ໄດ້ມາດຕະຖານ ກໍອາດກາຍເປັນສາເຫດສຳຄັນທີ່ນຳໄປສູ່ໄຟຟ້າລັດວົງຈອນ, ໄຟໄໝ້ ແລະ ອັກຄີໄພ ເຊິ່ງສາມາດສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ.

ສາເຫດສຳຄັນທີ່ພາໃຫ້ໄຟຟ້າລັດວົງຈອນ ແລະ ເກີດອັກຄີໄພ
1. ການຊົມໃຊ້ໄຟຟ້າເພີ່ມຂຶ້ນ ແຕ່ບໍ່ມີການປັບປຸງລະບົບໄຟຟ້າໃຫ້ຮອງຮັບ
ການນຳໃຊ້ເຄື່ອງໃຊ້ໄຟຟ້າຫຼາຍຊະນິດພ້ອມກັນ ໂດຍບໍ່ຄຳນຶງເຖິງກຳລັງຮອງຮັບຂອງສາຍໄຟ ແລະ ອຸປະກອນໄຟຟ້າ ອາດເຮັດໃຫ້ເກີດການໃຊ້ໄຟເກີນກຳລັງ (Overload) ຈົນສາຍໄຟຮ້ອນຈັດ ແລະ ສ່ຽງຕໍ່ການເກີດໄຟໄໝ້.
2. ການນຳໃຊ້ໄຟຟ້າບໍ່ຖືກຫຼັກເຕັກນິກ
ການຕໍ່ສາຍໄຟບໍ່ຖືກວິທີ, ການໃຊ້ປັກສຽບຫຼາຍອັນເກີນກຳລັງ, ການໃຊ້ສາຍຕໍ່ທີ່ບໍ່ໄດ້ມາດຕະຖານ ຫຼື ການສ້ອມແປງລະບົບໄຟຟ້າໂດຍຜູ້ທີ່ບໍ່ມີຄວາມຊຳນານ ລ້ວນເປັນປັດໄຈສ່ຽງທີ່ອາດກໍ່ໃຫ້ເກີດໄຟຟ້າລັດວົງຈອນ.
3. ລະບົບໄຟຟ້າເກົ່າ ແລະ ອຸປະກອນບໍ່ໄດ້ມາດຕະຖານ
ລະບົບໄຟຟ້າທີ່ຕິດຕັ້ງມາດົນນານ ຂາດການກວດກາ ແລະ ບຳລຸງຮັກສາ ລວມເຖິງການນຳໃຊ້ສະວິດ, ເບຣກເກີ, ປັກສຽບ ແລະ ເຄື່ອງໃຊ້ໄຟຟ້າທີ່ບໍ່ໄດ້ມາດຕະຖານ ອາດເຮັດໃຫ້ເກີດຄວາມຮ້ອນສະສົມ ແລະ ເກີດປະກາຍໄຟ.
4. ສາຍໄຟເກົ່າ, ສາຍໄຟຊຳຮຸດ ແລະ ຂາດອຸປະກອນປ້ອງກັນ
ສາຍໄຟທີ່ມີສະພາບເກົ່າ, ສະນວນຫຸ້ມສາຍແຕກ, ສາຍໄຟຖືກກັດແທະ ຫຼື ມີການຕິດຕັ້ງລະບົບໄຟຟ້າທີ່ບໍ່ມີອຸປະກອນຕັດໄຟອັດຕະໂນມັດ ອາດເປັນສາເຫດໃຫ້ເກີດໄຟຟ້າຮົ່ວ, ລັດວົງຈອນ ແລະ ອັກຄີໄພ.
ມາດຕະການແກ້ໄຂ ແລະ ວິທີປ້ອງກັນ

1. ການຟຟ້າລາວ (ຟຟລ) ກວດກາ ແລະ ບຳລຸງຮັກສາລະບົບຈຳໜ່າຍໄຟຟ້າເປັນປົກກະຕິ ເພື່ອກວດຫາຈຸດບົກພ່ອງ ແລະ ແກ້ໄຂບັນຫາກ່ອນເກີດເຫດ.
2. ພັດທະນາ ແລະ ປັບປຸງລະບົບໄຟຟ້າໃຫ້ທັນສະໄໝ ພ້ອມທັງນຳໃຊ້ສາຍໄຟ ແລະ ອຸປະກອນທີ່ມີຄຸນນະພາບ ໄດ້ມາດຕະຖານ ແລະ ເໝາະສົມກັບກຳລັງໄຟຟ້າທີ່ນຳໃຊ້.
3. ປະຊາຊົນຕ້ອງລະມັດລະວັງເມື່ອເກີດໄຟໄໝ້ ຫຼື ໄຟຟ້າຂັດຂ້ອງ ຫ້າມເຂົ້າໃກ້ສາຍໄຟທີ່ຂາດ, ເສົາໄຟທີ່ເສຍຫາຍ ຫຼື ຈຸດທີ່ມີປະກາຍໄຟ ແລະ ຄວນແຈ້ງໜ່ວຍງານທີ່ກ່ຽວຂ້ອງທັນທີ.
4. ຜູ້ຊົມໃຊ້ໄຟຟ້າຄວນມີສະຕິ ແລະ ໃຊ້ໄຟຟ້າຢ່າງຖືກວິທີ ບໍ່ໃຊ້ປັກສຽບເກີນກຳລັງ, ກວດກາສາຍໄຟເປັນປະຈຳ ແລະ ຕິດຕັ້ງເບຣກເກີປ້ອງກັນກະແສໄຟເກີນ ແລະ ໄຟຮົ່ວໃຫ້ເໝາະສົມ.
ຄຳເຕືອນສຳຄັນ!
ຫາກພົບເຫັນກິ່ນໄໝ້, ສຽງແຕກຈາກປັກສຽບ, ສະວິດຮ້ອນຜິດປົກກະຕິ ຫຼື ມີປະກາຍໄຟ ຄວນຕັດໄຟຈາກຈຸດທີ່ປອດໄພ ແລະ ໃຫ້ຊ່າງໄຟຟ້າທີ່ມີຄວາມຊຳນານເຂົ້າກວດກາ. ຫ້າມໃຊ້ນ້ຳດັບໄຟທີ່ກຳລັງໄໝ້ອຸປະກອນໄຟຟ້າທີ່ຍັງມີກະແສໄຟ.
ການໃຊ້ໄຟຟ້າຢ່າງປອດໄພ ເລີ່ມຕົ້ນຈາກຄວາມຮັບຜິດຊອບຂອງທຸກຄົນ. ປ້ອງກັນກ່ອນເກີດເຫດ ດີກວ່າແກ້ໄຂຫຼັງເກີດໄຟໄໝ້ກໍບໍ່ທັນແລ້ວ!
ອ້າງອີງ: EDL LAOS
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













