
ສປ ຈີນ ສາມາດຜະລິດໄຟຟ້າເພີ່ມຂຶ້ນກວ່າ 10%

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 25 ພະຈິກນີ້, ອົງການພະລັງງານ ແຫ່ງຊາດຈີນ ໄດ້ເປີດເຜີຍສະຖິຕິ ກ່ຽວກັບ ພະລັງງານໄຟຟ້າ ທົ່ວປະເທດຈີນ ລະຫວ່າງ ເດືອນມັງກອນ-ເດືອນຕຸລາປີນີ້. ນັບມາຮອດ ທ້າຍເດືອນຕຸລາແລ້ວນີ້, ຄວາມສາມາດ ຜະລິດໄຟຟ້າ ທົ່ວປະເທດຈີນ ມີເຖິງ 4 ຕື້ 160 ລ້ານ ກິໂລວັດ, ເພີ່ມຂຶ້ນ 10,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຄວາມສາມາດ ຜະລິດໄຟຟ້າ ດ້ວຍພະລັງງານແສງຕາເວັນ ມີເຖິງ 1 ຕື້ 330 ລ້ານກິໂລວັດ, ເພີ່ມຂຶ້ນ 16,3%;ຄວາມສາມາດຜະລິດໄຟຟ້າ ດ້ວຍພະລັງງານລົມມີເຖິງ 710 ລ້ານກິໂລວັດ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.ຄວາມສາມາດຜະລິດໄຟຟ້າ ດ້ວຍພະລັງງານໃໝ່ຂອງ ສປ ຈີນໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ບາດກ້າວການຫັນ ເປັນພະລັງງານສີຂຽວ ແລະກາກບອນຕ່ຳ ໄດ້ເລັ່ງໄວຂຶ້ນຢ່າງບໍ່ຢຸດຢັ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













