
ທ່ານ ສີ ຈິ້ນຜິງ ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ວຽກງານ ຂໍ້ກຳນົດພາຍໃນພັກ

ວິທະຍຸ ໂທລະພາບ ສູນກາງຈີນ,ຫວ່າງມໍ່ໆມານີ້, ທ່ານ ສີ ຈິ້ນຜິງເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ,ປະທານປະເທດ, ປະທານ ຄະນະກຳມະການ ການທະຫານສູນກາງຈີນໄດ້ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ ວຽກງານຂໍ້ກຳນົດ ພາຍໃນພັກ, ໂດຍເນັ້ນໜັກວ່າ:ຕ້ອງຖືເອົາແນວຄິດ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ເປັນທິດຊີ້ນຳ, ລົງເລິກເຊື່ອມຊຶມ ແລະຈັດຕັ້ງປະຕິບັດແນວຄິດ ການກໍ່ສ້າງພັກໃນຍຸກໃໝ່, ຕັ້ງໃຈຈັດຕັ້ງປະຕິບັດຈິດໃຈ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ຍຶດໝັ້ນຖືເອົາການບໍລິຫານພັກ ຕາມຂໍ້ກຳນົດ ເປັນວິທີພື້ນຖານ ຂອງການຄຸ້ມຄອງພັກ-ບໍລິຫານພັກ.ຕ້ອງໃຫ້ຄວາມສຳຄັນຫລາຍກວ່າເກົ່າຕໍ່ການເຊື່ອມໂຍງ ແລະປະສານສົມທົບກັນລະຫວ່າງຂໍ້ກຳນົດພາຍໃນພັກ ແລະລະບຽບກົດໝາຍແຫ່ງຊາດ, ເພື່ອສະໜອງການຮັບປະກັນ ດ້ານລະບຽບການ ທີ່ເຂັ້ມແຂງກວ່າເກົ່າ ໃຫ້ແກ່ ການຍຶດໝັ້ນຊຸກຍູ້ ການບໍລິຫານພັກຢ່າງເຂັ້ມງວດ ຮອບດ້ານ ໃຫ້ສືບຕໍ່ຍາວນານ ແລະຮັບປະກັນໃຫ້ພັກສືບຕໍ່ ເປັນແກນກາງນຳພາ ທີ່ເຂັ້ມແຂງຂອງພາລະກິດສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ຢ່າງສະເໝີຕົ້ນສະເໝີປາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












