
ສ.ອາເມລິກາ ກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ສປ ຈີນ-ອີຢູ-14 ພື້ນຖານເສດຖະກິດ

ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພວມກະກຽມ ຈັດວາງ ອັດຕາພາສີ ນຳເຂົ້າໃໝ່ ໃນວົງກວ້າງຕໍ່ກັບສປ ຈີນ, ສະຫະພາບເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດ ອື່ນອີກ. ຄາດວ່າ ທ່ານ ແຈມີສັນ ກຣີ(Jamieson Greer), ຫົວໜ້າຜູ້ຕາງໜ້າ ດ້ານການຄ້າອາເມລິກາຈະປະກາດ ໃນອາທິດນີ້ ຜົນການສືບສວນ ທີ່ແກ່ຍາວເປັນເວລາ ຫລາຍເດືອນ ກ່ຽວກັບ ສະພາບກຳລັງການຜະລິດ ອຸດສາຫະກຳ ເຫລືອເກີນແລະບັນດາບ້ວງເງິນອຸດໜູນ ຂອງລັດຖະບານ ຢູ່ບັນດາພື້ນຖານເສດຖະກິດ ທີ່ຖືກພິຈາລະນາ.ເວລາປະກາດ ອາດຈະມີ ການປ່ຽນແປງ. ຕາມບັນດາຂໍ້ມູນ ທີ່ສື່ມວນຊົນຄັດສະເໜີຄືນ, ອີຢູ, ຍີ່ປຸ່ນ ແລະ ສ.ເກົາຫລີ ມີຄວາມສ່ຽງຈະຜະເຊີນໜ້າກັບອັດຕາພາສີ 15% ຫລືຕ່ຳກວ່າ.ຂະນະທີ່ ສປ ຈີນ ແລະ ອິນເດຍມີຄວາມສ່ຽງ ທີ່ຈະຜະເຊີນໜ້າກັບ ອັດຕາພາສີທີ່ສູງກວ່າ.ອັດຕາພາສີສຸດທ້າຍ, ຂອບເຂດຂອງສິນຄ້າ ທີ່ຖືກຈັດວາງ ແລະຈຸດເວລາຜັນຂະຫຍາຍ ປະຕິບັດນັ້ນປັດຈຸບັນ ຍັງບໍ່ທັນໄດ້ປະກາດ ຢ່າງເປັນທາງການ ເທື່ອ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













